ມອບຂອງຂວັນ “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ”

(VOVWORLD) - ກ່ອນໜ້ານັ້ນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໄປວາງພວງມາລາ, ຈູດທູບທຽນບູຊາຢູ່ວິຫານອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດ ເບັ໋ນເຢືອກ (ເມືອງ ກູ໋ຈີ, ນະຄອນ ໂຮ່ຈີມິນ).
ມອບຂອງຂວັນ “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” - ảnh 1 ທ່ານ ເຈີ່ນດ້າຍກວາງ ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ

ຕອນບ່າຍວັນທີ 31 ມັງກອນ, ຢູ່ເມືອງ ກູຈີ, ນະຄອນ ໂຮ່ຈີມິນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ປະທານກິຕິມະສັກສະພາກາແດງ ຫວຽດນາມ, ເຂົ້າຮ່ວມລາຍການມອບຂອງຂວັນ “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ”, ມອບຂອງຂວັນໃຫ້ 100 ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກຂອງເມືອງ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຮັບຮູ້ ແລະ ຊົມເຊີຍອຳນາດການປົກຄອງຂັ້ນຕ່າງໆຂອງນະຄອນ ໂຮ່ຈີມິນ, ເມືອງ ກູຈີ ໄດ້ເອົາໃຈໃສ່ເບິ່ງແຍງດູແລບຸນເຕັດໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ, ຄອບຄົວທຸກຍາກ.

ກ່ອນໜ້ານັ້ນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໄປວາງພວງມາລາ, ຈູດທູບທຽນບູຊາຢູ່ວິຫານອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດ ເບັ໋ນເຢືອກ (ເມືອງ ກູ໋ຈີ, ນະຄອນ ໂຮ່ຈີມິນ).

ແລະກໍ່ໃນວັນດຽວກັນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ລົງຢ້ຽມຢາມ, ອວຍພອນປີໃໝ່ນັກປັນຍາຊົນຢູ່ນະຄອນ ໂຮ່ຈີມິນ ບາງຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ