ມອບຂອງຂວັນຂອງຮອງປະທານຫງວຽນທິຢວານໃຫ້ນັກຮຽນລາວ

ມອບຂອງຂວັນຂອງຮອງປະທານຫງວຽນທິຢວານໃຫ້ນັກຮຽນລາວ - ảnh 1
​(ພິທີ​ມອບ​ຂອງຂວັນ​ຂອງ​ທ່ານ​ນາງ​ ຫງວຽນ​ທິຢວານ ​ໃຫ້​ໂຮງ
ຮຽນພອນ​ສະຫວັນ ​ແລະ ຊົນ​ເຜົ່າ - ກຽມ​ມະຫາວິທະຍາ​ໄລ)

(vovworld) –​​​ ​ ​ໂດຍ​ໄດ້​ຮັບ​ສິດ​ມອບ​ໝາຍ​ຈາກ​ທ່ານ​ນາງ​ຮອງ​ປະທານປະ​ເທດ ຫວຽດນາມ ຫງວຽນ​ທິຢວານ, ​ໃນ​ລະຫວ່າງ​ວັນ​ທີ 23 – 24/11, ຢູ່​ນະຄອນຫລວງ ວຽງ​ຈັນ, ລາວ, ສະຖານທູດ ຫວຽດນາມ ປະຈຳ ລາວ ສົມທົບ​ກັບ​ທະນາ​ຄານ​ອຸດສາຫະກຳ - ການ​ຄ້າ ຫວຽດນາມ ຈັດ​ຕັ້ງ​ພິທີ​ມອບ​ຂອງຂວັນ​ຂອງ​ທ່ານ​ນາງ​ຮອງ​ປະທານປະ​ເທດ ຫງວຽນ​ທິຢວານ ​ໃຫ້​ໂຮງຮຽນພອນ​ສະຫວັນ ​ແລະ ຊົນ​ເຜົ່າ - ກຽມ​ມະຫາວິທະຍາ​ໄລ ​ແລະ ສູນ​ພັດທະນາ​ແມ່ຍິງ​ພິການ ລາວ. ​ໃນ​ຕອນ​ເຊົ້າ​ວັນ​ທີ 23/11 ທ່ານ ​ເລກ​ວກນາມ ຜູ້ອຳນວຍການ​ໃຫຍ່​ທະນາ​ຄານ​ອຸດສາຫະກຳ - ການ​ຄ້າ ຫວຽດນາມ ສາຂາ ລາວ ​ໄດ້​ມອບ​ເຄື່ອງ​ຄອມ​ພິວ​ເຕີ​ໃຫ້​ໂຮງຮຽນ​ພອນ​ສະຫວັນ ​ແລະ ຊົນ​ເຜົ່າ - ກຽມ​ມະຫາວິທະຍາ​ໄລ ຂອງ ລາວ ຈຳນວນ 25 ຊຸດ. ວັນ​ທີ 24/11, ສະຖານທູດ ຫວຽດນາມ ປະຈຳ ລາວ ​ແລະ ທະນາ​ຄານ​ອຸດສາຫະກຳ - ການ​ຄ້າ ຫວຽດນາມ ສາຂາ​ຢູ່ ລາວ ຈະ​ມອບ​ຂອງຂວັນ​ຂອງ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໃຫ້​ສູນ​ພັດທະນາ​ແມ່ຍິງ​ພິການ ລາວ.

ຂ່າວ/ບົດ​ອື່ນ