ມອບຂອງຂວັນໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນເມືອງເກາະ Truong Sa

ມອບຂອງຂວັນໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນເມືອງເກາະ Truong Sa - ảnh 1
( ຄະນະ​ປະຕິບັດ​ງານ​ເຫຼົ່າ​ທັບ​ເຮືອ​ຫວຽດນາມ,
ພະນັກງານ​ຂະ​ແໜງ​ການ​​ເງິນ​ຫວຽດນາມ )


( vovworld ) –   ວັນ​ທີ 1/5, ​ໃນ​ການ​ຢ້ຽມຢາມ ​ແລະ ມອບ​ຂອງ​ຂວັນ​ໃຫ້​ພະນັກງານ,​ນັກຮົບ ​ແລະ ປະຊາຊົນ​ເມືອງ​ເກາະ Truong Sa ( ​ແຂວງ Khanh Hoa ), ຄະນະ​ປະຕິບັດ​ງານ​ເຫຼົ່າ​ທັບ​ເຮືອ​ຫວຽດນາມ, ພະນັກງານ​ຂະ​ແໜງ​ການ​​ເງິນ​ຫວຽດນາມ ພ້ອມ​ກັບ​ບັນດານັກ​ຂ່າວ, ນັກ​ສີ​ລະ​ປິນ… ​ໄດ້​​ໄປ​ຮອດ​ເກາະ Da Tay. ​ເກາະ​ Da Tay ​ແມ່ນ​ເກາະ​ທຳ​ອິດ​ຂອງ​ໝູ​ເກາະ Truong Sa ກໍ່ສ້າງ “ ​ເຮືອນ​ລວ​ມໃວ​ໜຸ່ມ ” ​ໃນ​ລາຍການ “ ປະກອບສ່ວນ​ກໍ່​ສ້າງ Truong Sa ” ​ໂດຍ​ໜັງສື​ພິມ​ໄວ​ໜຸ່ມ​ປຸກລະດົມ. ​ເຮືອນມີ​ເນື້ອ​ທີ່ 225 ​ແມັດ​ມົນທົນ, ສູງ 3 ຊັ້ນ, ມີ​ມູນ​ຄ່າກວ່າ 17 ຕື້​ດົງ, ​ໄດ້​ເລີ່​ມລົງມື​ໃນ​ເດືອນ 9/2011 ​ແລະ ສຳ​ເລັດການ​ກໍ່ສ້າງ​ໃນ​ວັນ​ທີ 10/5/2012. ພັນ​ຈັດຕະວາ Nguyen Van Quang, ຜູ້​ບັນຊາ​ການ​ທະຫານ, ຫົວໜ້າ​ເກາະ Da Tay ​ໃຫ້​ຮູ້​ວ່າ.

        “ ປະຊາ​ຊົນ​ໃນ​ທົ່ວ​ປະ​ເທດ ​ໄດ້​ປະກອບ​ສ່ວນເພື່ອ​ສ້າງ​ເຮືອນ​ທີ່​​ໂຫຍ່​ໂຕ​ໂອ​ຖົງ, ຮັບ​ໃຊ້​ໃຫ້ການ​ເຄື່ອນ​ໄຫວ​ວັດທະນະທຳ, ກິລາ ​ແລະ ​ເປັນບ່ອນ​ພັກຜ່ອນ​ເມື່ອ​ປະຊາຊົນ ​ແລະ ຄະນະ​ຜູ້​ແທນ​ຢູ່ເຂດ​ດິນ​ຕໍ່​ແຜນ​ມາ​ຢ້ຽມຢາມ. ພະນັກງານ,​ນັກຮົບ​ໃນ​​ເກາະ​ມີ​ຄວາມ​ເບີດ​ບານ​ມ່ວນ​ຊື່ນ​ຕໍ່ໜ້າ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ທີ່​ມີ​ຕໍ່Truong Sa. ຍາມ​ໃດພວກ​ຂ້າພະ​ເຈົ້າກໍ​ກຳນົດ​ໜ້າ​ທີ່​ຂອງ​ຕົນ​ຢ່າງ​ຈະ​ແຈ້ງວ່າ ​ເດັດ​ດຽວປົກ​ປັກ​ຮັກ​ສາ​ອະທິປະ​ໄຕ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ ”.

        ກອນ​ໜ້າ​ນັ້ນ, ຄືວັນ​ທີ 30/4, ຄະນະ​ປະຕິບັດ​ງານ​ໄດ້​ໄປ​ຢ້ຽມຢາມ​ເກາະ Da Lat ​ແລະ Truong Sa ​Lon , ຄະນະ​ປະຕິບັດ​ງານ​ໄດ້​ເຂົ້າ​ໄຕ້​ທູບ​ທຽນ, ວາງ​ພວງມາລາ​ຢູ່​ອານຸສາ​ວະລີ​ບັນດາ​ນັກຮົບ​ທີ່​ເສຍ​ສະ​ນະ​ຊີວິດ​ເພີ່​ອຊາດ​ໃນ​ເກາະ Truong Sa, ຖະຫວາຍ​ທູ​ບທຽນ​ອາ​ໄລ​ຫາ​ປະທານ ​ໂຮ່ຈິ​ມິນ… ຢ້ຽມຢາມ, ມອບ​ຂອງຂວັນ​​ໃຫ້​ແກ່​ກຳລັງ ​ແລະ ບັນ​ດາ​ຄອບຄົວ​ໃນ​ເກາະ.

ຂ່າວ/ບົດ​ອື່ນ