ມອບຕູ້​ເກັບ​ຕົວ​ຢ່າງ​ວິ​ໄຈ​ຫາ​ເຊື້ອ SAR-COV-2 ໃຫ້​ແກ່​ແຂວງ​ບັກ​ຢາງ

(VOVWORLD) -ຕູ້ວິໄຈມີແອເຢັນ, ລະບົບກັ່ນຕອງອາກາດຂ້າເຊື້ອ ດ້ວຍຂອບຂະໜາດຍາວ 2,4 ແມັດ, ກ້ວາງ 1,2 ແມັດ, ສູງ 2,65 ແມັດ, ສາມາດຄົນ ເຮັດວຽກນຳກັນໄດ້ 4 ຄົນ. ຕູ້ວິໄຈມີຜົນປະໂຫຍດຊ່ວຍໃຫ້ພະນັກງານການແພດຫຼຸດຜ່ອນຄວາມລຳບາກຫຍຸ້ງຍາກ, ຫຼີກລ້ຽງການຕິດເຊື້ອໃນໄລຍະປະຕິບັດການເກັດເອົາຕົວຢ່າງ.
ມອບຕູ້​ເກັບ​ຕົວ​ຢ່າງ​ວິ​ໄຈ​ຫາ​ເຊື້ອ SAR-COV-2  ໃຫ້​ແກ່​ແຂວງ​ບັກ​ຢາງ - ảnh 1ພະນັກງານການແພດພວມປະຕິບັດການເກັບຕົວຢ່າງວິໄຈຫາເຊື້ອ SAR-COV-2  ຜ່ານຕູ້ (ພາບ: TTXVN)

ຕອນຄ່ຳວັນທີ 5 ມິຖຸນາ, ຕູ້ວິໄຈຫາເຊື້ອໄວຣັດ SAR-COV-2 ໄດ້ຖືກສົ່ງໄປຍັງສູນສາທາລະນະສຸກເມືອງ ເຕິນອຽນ, ແຂວງບັກຢາງ ດ້ວຍຄວາມຫວັງ ຮັບປະກັນຄວາມປອດໄພ ແລະ ຄວາມເປັນປົກກະຕິດ້ານຄຸນນະພາບສິ່ງແວດລ້ອມໃຫ້ແກ່ບັນດາແພດໝໍ ເພື່ອເພີ່ມທະວີປະສິດທິຜົນຂອງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ນັກອອກແບບ ຄ໊ຽວຫິວເງ້ຍ ພ້ອມກັບເພື່ອນບາງຄົນຂອງຕົນ ໄດ້ປະດິດສ້າງຕູ້ວິໄຈດັ່ງກ່າວ.

ຕູ້ວິໄຈມີແອເຢັນ, ລະບົບກັ່ນຕອງອາກາດຂ້າເຊື້ອ ດ້ວຍຂອບຂະໜາດຍາວ 2,4 ແມັດ, ກ້ວາງ 1,2 ແມັດ, ສູງ 2,65 ແມັດ, ສາມາດ ເຮັດວຽກນຳກັນໄດ້ 4 ຄົນ. ຕູ້ວິໄຈມີຜົນປະໂຫຍດຊ່ວຍໃຫ້ພະນັກງານການແພດຫຼຸດຜ່ອນຄວາມລຳບາກຫຍຸ້ງຍາກ, ຫຼີກລ້ຽງການຕິດເຊື້ອໃນໄລຍະປະຕິບັດການເກັດເອົາຕົວຢ່າງ.

ເພື່ອຮັບປະກັນຄວາມປອດໄພ, ການຕິດຕໍ່ພົວພັນທຸກຄັ້ງຈະໄດ້ດຳເນີນຜ່ານ ເຄື່ອງໂທລະເລກ ແລະ ລະບົບບັນຊາດ້ວຍໂທລະສັບມືຖື ສມາດໂຟນ. ປັດຈຸບັນ, ບັນດານັກວິຊະວະກອນພວມລໍຄອຍການສ່ອງແສງຄືນຂອງຖັນແຖວພະນັກງານການແພດພາຍຫຼັງການນຳໃຊ້ເພື່ອປັບປຸງຜະລິດຕະພັນໃຫ້ດີຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ