ມອບທັນຍາຫານ, ອຸປະກອນການແພດໃຫ້ແກ່ກຳລັງປ້ອງກັນຊາຍແດນແຂວງ ເຊກອງ, ລາວ

(VOVWORLD) -ກອງບັນຊາການທະຫານຊາຍແດນແຂວງ ກວາງນາມ ໄດ້ມອບທັນຍາຫານ ແລະ ອຸປະກອນການແພດໃຫ້ແກ່ບັນດາກຳລັງປົກປັກຮັກສາເຂດຊາຍແດນຂອງແຂວງ ເຊກອງ
ມອບທັນຍາຫານ, ອຸປະກອນການແພດໃຫ້ແກ່ກຳລັງປ້ອງກັນຊາຍແດນແຂວງ ເຊກອງ, ລາວ - ảnh 1ທີ່ພິທີມອບ-ຮັບ
(ພາບ: TTXVN)

ວັນທີ 10 ມິຖຸນາ, ຢູ່ດ່ານຊາຍແດນ ນາມຢາງ (ແຂວງ ກວາງນາມ), ກອງບັນຊາການທະຫານຊາຍແດນແຂວງ ກວາງນາມ ໄດ້ມອບທັນຍາຫານ ແລະ ອຸປະກອນການແພດໃຫ້ແກ່ບັນດາກຳລັງປົກປັກຮັກສາເຂດຊາຍແດນຂອງແຂວງ ເຊກອງ (ລາວ) ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

        ທີ່ພິທີມອບ-ຮັບ, ຫົວໜ້າເສນາທິການກອງບັນຊາການທະຫານແຂວງເຊກອງ ໄດ້ສະແດງຄວາມຂອບໃຈຕໍ່ຄວາມເອົາໃຈໃສ່, ຊ່ວຍເຫືຼອຢ່າງທັນການຂອງທະຫານປ້ອງກັນຊາຍແດນແຂວງ ກວາງນາມ. ການໜູນຊ່ວຍດັ່ງກ່າວໄດ້ເພີ່ມທະວີນ້ຳໃຈຄວາມສາມັກຄີແບບພິເສດ ແລະ ການຮ່ວມມືລະຫວ່າງກຳລັງປ້ອງກັນຊາຍແດນ 2 ຝ່າຍ, ປະກອບສ່ວນສະກັດກັ້ນໂລກລະບາດ, ຮັກສາສຸຂະພາບເພື່ອໃຫ້ພະນັກງານ, ນັກຮົບຂອງກົມກອງປະຕິບັດໜ້າທີ່ໃຫ້ສຳເລັດເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ