ມອບທຶນສຶກສາກວ່າ7.500ທຶນໃຫ້ເດັກຢູ່63ແຂວງ,ນະຄອນລວມມູນຄ່າ23ຕື້ດົງ

ມອບທຶນສຶກສາກວ່າ7.500ທຶນໃຫ້ເດັກຢູ່63ແຂວງ,ນະຄອນລວມມູນຄ່າ23ຕື້ດົງ - ảnh 1
ມອບທຶນສຶກສາກວ່າ 7.500 ທຶນໃຫ້ເດັກ
ຢູ່ 63 ແຂວງ,ນະຄອນລວມມູນຄ່າ 23 ຕື້ດົງ
(ພາບ: molisa.gov.vn)


​​(vovworld) - ​               ​ເນື່ອງ​ໃນ​ໂອກາດ​ສະ​ເຫຼິມສະຫຼອງ 68 ປີ​ແຫ່ງ​ວັນ​ທະຫານ​​ເສຍ​ອົງຄະນັກຮົບ​ທີ່​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ (27/07/1947 – 27/07/2015), ວັນ​ທີ 12/07, ຢູ່ 2 ​ແຂວງ ນິງບິ່ງ ​ແລະ ນາມ​ດິ້ງ, ທ່ານ​ນາງ​ຮອງປະ​ທານ​ປະ​ເທດ ຫງວຽນ​ທິຢວານ, ປະທານ​ສະພາປົກ​ປ້ອງກອງທຶນຊ່ວຍ​ເຫຼືອເດັກ​ຫວຽດນາມ, ​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ, ລະດົມ​ກຳລັງ​​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຂອງ​ເດັກ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ຂອງ 2 ​ແຂວງ, ສົ່ງ​ເສີມ​ໃຫ້​ພວກ​ນ້ອງ​ມີ​ມາລະ​ຈິດ​ປືນຕົວ​ຂຶ້ນ​ໃນ​ການ​ຮໍ່າຮຽນ. ທີ່​ສູນຟື້ນ​ຟູອະ​ໄວ​ຍະ​ວະເມືອງ​ອຽນ​ໂມ, ​ແຂວງ​ນິງບິ່ງ, ທ່ານ​ນາງ​ຮອງ​ປະທາ​ນປະ​ເທດ ຫງວຽນ​ທິຢວານ ​ໄດ້​ມອບ​ທຶນ​ສຶກສາ“ພ້ອ​ມກັບ​ນ້ອງ​​ໄປ​ໂຮງຮຽນ” ກ​ວ່າ 200 ທຶນ ​ແຕ່​ລະ​ທຶນ​ມີ​ມູນ​ຄ່າ 2 ລ້ານ​ດົງ ​ໃຫ້​ບັນດາ​ນັກຮຽນ​ເຊິ່ງ​ເປັນ​ລູກ​ຂອງ​ນັກຮົບ​ເຂດ​ຊາຍ​​ແດນ, ທະ​ເລ​ໝູ່​ເກາະ, ລູນຂອງທະຫານ​ເຈັບ​ປ່ວຍ ​ແລະ ​ເສຍ​ອົງຄະ, ນັກຮຽນ​ທຸກ​ຍາກ​ແຕ່​ຮຽນ​ເກັ່ງ​ຂອງ​ແຂວງ​ນິງບິ່ງ ​ແລະ ນາມ​ດິ້ງ.

ຂ່າວ/ບົດ​ອື່ນ