ມອບລາງວັນ Kova 2018

(VOVWORLD) -ພິທີມອບລາງວັນ Kova ຄັ້ງທີ 16 ປີ 2018 ໄດ້ດຳເນີນໃນຕອນເຊົ້າວັນທີ 24 ພະຈິກ, ຢູ່ຮ່າໂນ້ຍ.
ມອບລາງວັນ Kova 2018 - ảnh 1(ພິທີມອບລາງວັນ Kova ຄັ້ງທີ 16 ປີ 2018)

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູດຶກດາມ, ທ່ານນາງຮອງອະດີດປະທານປະເທດ ຫງວຽນທິຢວານ, ປະທານຄະນະກຳມະການແຂ່ງຂັນ Kova, ໄດ້ເຂົ້າຮ່ວມພິທີມອບລາງວັນ. ລາງວັນ Kova ແມ່ນເພື່ອແນໃສ່ເຊີດຊູບັນດານັກວິທະຍາສາດ ແລະ ບັນດາກິດຈະກຳຄົ້ນຄວ້າທີ່ໄດ້ນຳໃຊ້, ນຳມາເຊິ່ງຄຸນຄ່າທາງດ້ານເສດຖະກິດສູງ, ແທດຈິງໃຫ້ແກ່ປະຊາຄົມ.

        ລາງວັນ Kova ປີນີ້ ໄດ້ມອບໃຫ້ 3 ກິດຈະກຳວິທະຍາສາດນຳໃຊ້ (ກິດຈະກຳປະດິດຄິດສ້າງ) ຄື: ກິດຈະກຳ “ບົ່ງມະຕິຊອກຫາສາຍເຫດ ແລະ ປິ່ນປົວຟື້ນຟູສະມັດຕະພາບຂອງຜູ້ເຈັບໝາກໄຂ່ຫຼັງ”; ກິດຈະກຳ “ຜ່າຕັດຮັກສາແຂນຂາໃນການປິ່ນປົວມະເຮັງກະດູກ” ແລະ ກິດຈະກຳ “ຄົ້ນຄວ້າ, ຜະລິດຢາຢູ່ແຂວງຟູອຽນ”. ນອກນັ້ນ, ຍັງມອບຫຼາຍລາງວັນໃຫ້ແກ່ບັນດາກິດຈະກຳອື່ນໆ. ແລະກໍ່ໃນຄັ້ງນີ້, ຄະນະ ຈັດຕັ້ງກໍ່ມອບທຶນສຶກສາ Kova 151 ທຶນ, ແຕ່ລະທຶນມີມູນຄ່າ 8 ລ້ານດົງ ໃຫ້ນັກສຶກສາຂອງ 60 ມະຫາວິທະຍາໄລ.

ຕອບກັບ

ຂ່າວ/ບົດ​ອື່ນ