ມອບ​ລາງວັນ Top 10 ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ຫວຽດ​ນາມ ປີ 2021

(VOVWORLD) - ລາງວັນ EVNICT ຢັ້ງຢືນໄດ້ບົດບາດແກ່ນສານຂອງ ບໍລິສັດໃນວິວັດການເຫັນເປັນດີຈີຕອນ ຂອງກຸ່ມບໍລິສັດໄຟຟ້າ ຫວຽດນາມ (EVN), ມຸ່ງໄປເຖິງເປົ້າໝາຍຮອດປີ 2025, EVN ກາຍເປັນວິສາຫະກິດດີຈີຕອນ.
ມອບ​ລາງວັນ Top 10 ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ຫວຽດ​ນາມ ປີ 2021 - ảnh 1ບັນດາວິສາຫະກິດບັນລຸໄດ້ລາງວັນທີ່ພິທີ (ພາບ: VINASA)

ວັນທີ 9 ຕຸລາ, ບໍລິສັດໂທລະຄົມມະນາຄົມ ໄຟຟ້າ ແລະ ເຕັກໂນໂລຢີ ຂໍ້ມູນຂ່າວສານ (EVNICT) ໄດ້ເປັນກຽດຕ້ອນຮັບນາມມະຍົດ Top 10 ວິສາຫະກິດ ເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ ປີ 2021 ໂດຍສະຫະສະມາຄົມຊອບແວ ແລະ ການບໍລິການເຕັກໂນໂຢຂໍ້ມູນຂ່າວສານ ຫວຽດນາມ (VINASA) ຈັດຕັ້ງ.

ຕາມນັ້ນແລ້ວ, EVNICT ບັນລຸໄດ້ນາມມະຍົດ Top 10 ວິສາຫະກິດສະໜອງການບໍລິການ, ມາດຕະການຫັນເປັນດີຈີຕອນ. ລາງວັນ EVNICT ຢັ້ງຢືນໄດ້ບົດບາດແກ່ນສານຂອງ ບໍລິສັດໃນວິວັດການເຫັນເປັນດີຈີຕອນ ຂອງກຸ່ມບໍລິສັດໄຟຟ້າ ຫວຽດນາມ (EVN), ມຸ່ງໄປເຖິງເປົ້າໝາຍຮອດປີ 2025, EVN ກາຍເປັນວິສາຫະກິດດີຈີຕອນ.

ໂຄງການ Top 10 ວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ ປີ 2021 ໄດ້ປຸກລະດົມ ແລະ ຜັນຂະຫຍາຍນັບແຕ່ວັນທີ 7 ເມສາ ປີ 2021. ສະພາຕີລາຄາ, ຄັດເລືອກໄດ້ 104 ຜະລິດຕະພັນ ຈາກ 76 ວິສາຫະກິດ, ອົງການທີ່ສົມກັບການເຊີດຊູ Top 10 ວິສາຫະກິດເຕັກໂນໂລຢີຂໍ້ມູນ ຫວຽດນາມ ປີ 2021 ຢູ່ 16 ຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ