ມອບລາງວັນ “ລາງວັນຄົ້ນຄ້ວາທະເລຕາເວັນອອກ2015”

ມອບລາງວັນ “ລາງວັນຄົ້ນຄ້ວາທະເລຕາເວັນອອກ2015” - ảnh 1
ກຸ່ມນັກຂ່າວຂອງ VOV ໄດ້ຮັບລາງວັນໃນຄັ້ງນີ້

(vovworld) – ​ ຕອນ​ບ່າຍ​ວັນ​ທີ 21/3, ຢູ່​ຮ່າ​ໂນ້ຍ, ກອງ​ທຶນ​ໜູ​ນຊ່ວຍ​ຄົ້ນ​ຄ້ວາທະ​ເລ​ຕາ​ເວັນ​ອອກ ​ໄດ້​ຈັດ​ຕັ້ງ​ພິທີ​ມອບ​ລາງວັນ “ລາງວັນ​ຄົ້ນ​ຄ້ວາທະ​ເລ​ຕາ​ເວ​ັນອອກປີ 2015”. ຄະນະ​ຈັດ​ຕັ້ງ​ໄດ້​ເລືອກ​ເຟັ້ນ ​ແລະ ມອບ “ລາງວັນ​ຄົ້ນ​ຄ້ວາທະ​ເລ​ຕາ​ເວ​ັນອອກປີ 2015” ​ໃຫ້ 19 ບົດ​ຂຽນ, ບົດ​ຄົ້ນ​ຄ້ວາ, ກິດຈະກຳ​ຄົ້ນ​ຄ້ວາດີ​ເດັ່ນ​ທີ່​ສຸດ. ​ໃນ​ນັ້ນມີ 5 ບົດ​ຂຽນ​ແມ່ນ​ໄດ້​ຮັບ​ລາງວັນ “ສື່​ມວນ​ຊົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ”, 12 ບົດ​ຄົ້ນ​ຄ້ວາ​ໄດ້​ຮັບ​ລາງວັນ “ບົດ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ”.

        “ລາງວັນ​ຄົ້ນ​ຄ້ວາທະ​ເລ​ຕາ​ເວ​ັນອອກປີ 2015” ​ໂດຍ​ກອງ​ທຶນ​ໜູນ​ຊ່ວຍ​ຄົ້ນ​ຄ້ວາທະ​ເລ​ຕາ​ເວັນ​ອອກ​ປຸກລະດົມ​ເພ່ືອ​ແນ​ໃສ່​ໜູນ​ຊ່ວຍ​ການ​ຄົ້ນ​ຄ້ວາ ​ແລະ ບົດ​ຂຽນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຂອງ​ບັນດາ​ນັກ​ປະພັນ, ກຸ່ມ​ນັກ​ປະພັນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ກອງ​ທຶນ​ໄດ້​ຮັບ​ບົດ​ເສ​ັງທັງ​ບົດ 116 ບົດ​​ຂອງ​ນັກ​ປະພັນກ່ວາ 100 ຄົນທີ່​ມາ​ຈາກ​ບັນດາ​ອົງການ, ​ອົງກາ​ນຈັດ​ຕັ້ງ, ໂຮງຮຽນ, ສະ​ຖາ​ບັນ​ຄົ້ນ​ຄ້ວາ, ອົງການ​ສື່​ມວນ​ຊົນ​ຢູ່​ພາຍ​​ໃນ ​ແລະ ຕ່າງປະ​ເທດ​ຄື: ອັງກິດ, ອາ​ເມ​ລິ​ກາ, ກາ​ນາ​ດາ, ​ໂຮ​ນລັງ, ບຣູ​ໄນ.


ຂ່າວ/ບົດ​ອື່ນ