ມອບລາງວັນ ເລືອງດິ່ງກວາ ໃຫ້ແກ່ ໄວໜຸ່ນຊົນນະບົດທີ່ດີເດັ່ນ

ມອບລາງວັນ ເລືອງດິ່ງກວາ ໃຫ້ແກ່ ໄວໜຸ່ນຊົນນະບົດທີ່ດີເດັ່ນ - ảnh 1
​ພິທີ​ມອບ​ລາງວັນ ເລືອ​ງດິ່ງ​ກວາ (Luong Dinh Cua) ຄັ້ງ​ທີ 7
(ພາບ: chinhphu.vn)


(vovworld) -     ​ໃນ​ຂອບ​ເຂດງານ Festival ຊາວ​ໜູ່ມຊົນນະບົດ​ທົ່ວ​ປະ​ເທດ​ຄັ້ງ​ທີ 1 ​ເຊິ່ງດຳ​ເນີນ​ໄປ​ຢູ່​ແຂວງ ​ແທງ​ຮ໋ວາ (Thanh Hoa) ​ໃນ​ຕອນ​ເຊົ້າ​ວັນ​ທີ 24/11, ສູນ​ກາງ​ຊາວ​ໜຸ່ມກອມ​ມູນິດ​ໂຮ່ຈິ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ມອບ​ລາງວັນ ເລືອ​ງດິ່ງ​ກວາ (Luong Dinh Cua) ຄັ້ງ​ທີ 7. ນີ້​ແມ່ນ​ລາງວັນ​ປະຈຳ​ປີ​ທີ່​ສະຫງວນ​ໃຫ້​​ໄວໜຸ່ມຊົນນະບົດ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ຜະລິດ, ດຳ​ເນີນ​ທຸ​ລະ​ກິດ, ມອບ​ໂອນ​ຄວາມ​ກ້າວໜ້າ​ດ້ານວິທະຍາ​ສາດ, ​ເຕັກ​ໂນ​ໂລ​ຊີ, ພັດທະນາ​ຂະ​ແໜງ​ອາຊີບ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່; ພ້ອມ​ທັງ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ຊາວ​ໜຸ່ມ, ສະມາຄົມ​ຢູ່ທ້ອງ​ຖິ່ນ​ຢ່າງ​ຕັ້ງໜ້າ. ກ່າວຄຳ​ເຫັນ​ທີ່​ພິທີ່, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ວຸ໋ວັນ​ນິງ (Vu Van Ninh) ຢືນຢັນ​ວ່າ, ຍາມ​ໃດພັກ, ລັດຫວຽດນາມ ​ໄດ້ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ ​ແລະ ມີ​ນະ​ໂຍບາຍ​ໜູນ​ຊ່ວຍ​ດີ​ທີ່​ສຸດ​ເພື່ອ​ໃຫ້​ກະສິກຳ, ຊາວ​ກະສິກອນ, ຊົນນະບົດ​ເວົ້າ​ລວມ ​ແລະ ​ໄວ​ໜຸ່ມຊົນນະບົດ​​ເວົ້າ​ສະ​ເພາະບຸກບືນ​ຂຶ້ນກໍ​ຮ່າງ​ສ້າງ​ຕົວ, ປະກອບ​ສ່ວນ​ສ້າງ​ຄວາມ​ຮັ່ງມີ​ໃຫ້​​ແກ່​ຕົນ​ເອົງ ​ແລະ ບ້ານ​ເກີດ​ເມືອງ​ນອນ. ພ້ອມ​ທັງ​ສະ​ເໜີ​ໃຫ້​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ຈົ​່ງ​ເອົາ​ໃຈ​ໃສ່​ເຖິງ​ໄວ​ໜຸ່ມ ​ແລະ ວຽດງານ​ຊາວ​ໜຸ່ມ​​ໃຫ້​ຫຼາຍກວ່າອີກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ວຸ໋ວັນ​ນິງ (Vu Van Ninh) ​ເນັ້ນ​ໜັກ​ວ່າ.

“ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ອົງການຊາວ​ໜຸ່ມ​ທຸກ​ຂັ້ນ ຕ້ອງ​ປະຕິບັດ​ການ​ປຸກລະດົມ​​ໄວ​ໜຸ່ມ​ອອກ​ແຮງແຂ່ງ​ຂັນ, ອອກ​ແຮງ​ງານ​ມີ​ຫວິ​ຄິດ​ປະດິດ​ສ້າງ, ​ເຮັດ​ເສດຖະກິດ​ເກັ່ງ, ຍູ້​ແຮງ​ການ​ຄົ້ນຄວ້າ, ນຳ​ໃຊ້​ວິທະຍາສາດ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ​ໃນ​ທຸກ​ຂົງ​ເຂດ​ຄື​ກະສິກຳ, ປ່າ​ໄມ້, ການ​ປະມົງ, ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ຢ່າງຕັ້ງໜ້າ​. ຕ້ອງ​ເພີ່ມ​ທະວີ​ການ​ສົບ​ທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ມີໜ້າ​ທີ່ ຈັດ​ຕັ້ງ​ໃຫ້​ໄວ​ໜຸ່ມ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ​ສັງຄົມ; ​ເປັນ​ເຈົ້າ​ການ​ຍົກ​ອອກ ​ແລະ ຮັບ​ຜິດ​ຊອບ​ວຽກງານ​ບັນດາ​ລາຍການ, ​ໂຄງການ​ພັດທະນ​າ​ເສດຖະກິດ​ຢູ່​ເຂດ​ຫ່າງ​ໄກ່​ສອກຫຼີກ, ​ເຂດ​ປະສົບ​ກັບ​ຄວາມ​ຫຍຸງ​ຍາກ​ຂອງ​ປະ​ເທດ​ຊາດ. ຈັດ​ຕັ້ງ​ບັນດາ​ຮູບ​ແບບ​ໜູນ​ຊ່ວຍ, ຍ້ອງຍໍ​ສັນລະ​ເສີນ, ​ເຊີດ​ຊູ​ບັນດາ​ໄວ​ໜຸ່ມ​ທີ່​ດີ​ເດັ່ນ, ​ໄວ​ໜຸ່ມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ບື່ນຕົວ​ຂຶ້ນ​ສ້າງ​ຄວາມ​ຮັ່ງມີ​ໃຫ້​ຄອບຄົວ, ວົງ​ຄະນະ​ຍາດ ​ແລະ ສັງຄົ​ມ. ”

ຂ່າວ/ບົດ​ອື່ນ