ມອບລາງວັນການເສັງ IT ລຸ້ນໜຸ່ມທົ່ວປະເທດປີ 2017

(VOVWORLD) - ວັນທີ 30 ກໍລະກົດ, ຢູ່ນະຄອນ ບັກນີງ, ການເສັງເຕັກໂນໂລຢີຂໍ້ມູນຂ່າວສານ (IT) ລຸ້ນໜຸ່ມທົ່ວປະເທດປີ 2017 ໄດ້ອັດລົງ. 
ມອບລາງວັນການເສັງ IT ລຸ້ນໜຸ່ມທົ່ວປະເທດປີ 2017 - ảnh 1ຫຼາຍຄົນໄດ້ຮັບລາງວັນໃນຄັ້ງນີ້

ສຳລັບລາງວັນໝູ່ຄະນະຄະນະຈັດຕັ້ງໄດ້ມອບລາງວັນທີໜຶ່ງໃຫ້ແກ່ຄະນະ ດ່ານັ້ງ, ລາງວັນທີສອງໃຫ້ແກ່ຄະນະ ເຫົ້າຢາງ ແລະ ຄະນະ ບັກນີງ ຖືກຈັດອັນດັບທີສາມ. ສ່ວນລາງວັນບຸກຄົນ, ຄະນະຈັດຕັ້ງໄດ້ມອບລາງວັນທີໜຶ່ງສາຍ A (ຊັ້ນປະຖົມ) ໃຫ້ແກ່ ຫງວຽນຄັກເລີມຟອງ (ຫ້ອງ 5C), ໂຮງຮຽນປະຖົມ ຕາມຢາງ, ເມືອງ ອຽນຟອງ, ແຂວງ ບັກນີງ); ລາງວັນທີໜຶ່ງສາຍ B (ຊັ້ນມັດທະຍົມຕອນຕົ້ນ) ໃຫ້: ດັ້ງຊວນມີງຮ໋ຽວ (ໂຮງຮຽນມັດທະຍົມຕອນຕົ້ນ ຫງວຽນວັນກື່, ເມືອງ ເຊີນຈາ, ນະຄອນ ດ່ານັ້ງ; ລາງວັນທີໜຶ່ງສາຍ C (ຊັ້ນມັດທະຍົມຕອນປາຍ) ໃຫ້ ຮ່ວາງບ໋າວລອງ (ຫ້ອງ 12T, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ລາມເຊີນ, ແຂວງແທງຮ໋ວາ).

ຕອບກັບ

ຂ່າວ/ບົດ​ອື່ນ