ມອບລາງວັນການເສັງ ຂຽນ “ຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງ ຄຸນສົມບັດປະທານໂຮ່ຈິມິນ” ປີ 2013 - 2014

ມອບລາງວັນການເສັງ ຂຽນ “ຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງ ຄຸນສົມບັດປະທານໂຮ່ຈິມິນ” ປີ 2013 - 2014 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ
ແລະ ນັກ​ປະພັນ ຮ່ວາງ​ຕ໋ຽນ
(ພາບ: chinhphu.vn)


(vovworld) –  ກ່າວ​ຄຳ​ເຫັນ​ທີ່​ພິທີມອບ​ລາງວັນ​ການ​ເສັງ​ຂຽນບົດ​ກ່ຽວ​ກັບ​ຫົວ​ເລື່ອງ “ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ” ປີ 2013 – 2014, ​ເຊິ່ງຈັດ​ຂຶ້ນ​ໃນ​ຕອນ​ຄໍ່າ​ວັນ​ທີ 14/05, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຖື​ວ່າ, ການຈັດ​ຕັ້ງ​ການ​ເສັງ​ແມ່ນ​ພິທີ​ເຮັດ​ທີ​ມີ​ຫົວຄິດ​ປະດິດ​ສ້າງ, ປະກອບສ່ວນ​ລະດົມ​ທົ່ວ​ພັກ, ທົ່ວ​ກອງ​ທັບ ​ແລະ ປະຊາ​ຊົນ​ທຸກ​ຊັ້ນ​ວັນນະ ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງບັນດາ​ເນື້ອ​ໃນ​ທີ່​ເປັນ​ພື້ນຖານ ​ແລະ ຄຸນຄ່າ​ອັນ​ໃຫຍ່​ຫຼວງ​ຂອງ​ແນວ​ຄິດ, ຄຸນ​ສົມບັດບຸກຄະ​ລິ​ກະພາບໂຮ່ຈິ​ມິນ, ຍູ້​ການ​​ເສື່ອ​ມ​ເສຍ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ວະ​ຖີ​ຊີວິດ, ​ໄພ​ສໍ້​ລາດ​ບັງ​ຫຼວງ... ​ໃຫ້​ຖອຍ​​ໄປ. ທ່ານ​ຮອງ​ນາຍົກລັດຖະມົນຕີປາດຖະໜາ​ວ່າ ບັນດາ​ອົງການ​ສື​ມວນ​ຊົນ​ສືບ​ຕໍ່​ຕິດຕາມ​ການ​ດຳລົງຊີວິດ​, ຄົ້ນພົບ​​ບັນດາແບບຢ່າງ, ໝູ່​ຄະນະ, ສ່ວນ​ບຸກຄົນ​ເພື່ອ​ທະວີ​ຄຸນ​ບັນດາ​ຕົວແບບ​ດີ​ເດັ່ນ.

        ທີ່​ພິທີ, ລາງວັນ​ທີ 1 ​ໄດ້​ມອບ​ໃຫ້ນັກ​ປະພັນ ຮ່ວາງ​ຕ໋ຽນ ດ້ວຍ​ບົດ​ຂຽນ “ຮໍ່າຮຽນ​ຕາມ​ລຸ່ງ​ໂຮ່, ​ເປັນຜູ້​ຮັບ​ໃຊ້​ປະຊາຊົນ”.  ຄະນະ​ຈັດ​ຕັ້ງ​ຍັງ​ມອບ​ 3 ລາງວັນ​ທີ 2, ​ແລະ ບັນດາ​ລາງວັນ​ອື່ນໆ… ຜູ້​ຕາງໜ້າ​ຄະນະ​ຈັດ​ຕັ້ງ, ບັນນາທິການ​ໃຫຍ່​ໜັງສືພິມ​​ເຍີນ​ເຢີນ (ສຽງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ), ທ້ວນຮິ້​ວ ຕີ​ລາຄາ​ວ່າ.

        “ບັນດາ​ບົດ​ປະພັນ​ທີ່​​ໄດ້​ຮັບ​ລາງວັນ​ໄດ້ສ່ອງ​ແສງ​ຊີວິດ​ຢ່າງ​ແທດ​ຈິງ, ດູດ​ດື່ມ. ຜ່ານ​ບັນດາ​ແບບຢ່າງ​ດີ​ເດັ່ນ ​ແລະ ປະ​ຕິ​ບັ​ດຕາມ​ຄຸນສົມບັດ​ຂອງ​ປະທາ​ນໂຮ່ຈິ​ມິນ, ບັນດາ​ບົດ​ປະພັນ​​ເຂົ້າ​ຮ່ວມ​ການ​ເສັງ​ໄດ້​ຊ່ວຍໃຫ້​ຮູ້​ອ່ານ​ມີ​ແນວ​ຄິດ​ປືນ​ຕົວ​ຂຶ້ນ​ໃນ​ຊີວິດ​ການ​ເປັນ​ຢູ່, ປະກອບສ່ວນ​ຍົກ​ສູງ​ຄຸນ​ສົມບັດ​ປະຕິວັດ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ສິ່ງ​ທີ່ຫຍໍ້​ທໍ້”.

ຂ່າວ/ບົດ​ອື່ນ