ມອບລາງວັນການເສັງ“ຂໍ້ລິເລີ່ມເພື່ອປະຊາຄົມ”2015

ມອບລາງວັນການເສັງ“ຂໍ້ລິເລີ່ມເພື່ອປະຊາຄົມ”2015 - ảnh 1
(ມອບລາງວັນການເສັງ“ຂໍ້ລິເລີ່ມເພື່ອປະຊາຄົມ”2015)

(vovworld) –​ ​​ ​ຕອນ​ເຊົ້າ​ວັນ​ທີ 04/01, ຢູ່​ຮ່າ​ໂນ້ຍ, ​ວາ​ລະ​ສານກອມ​ມູ​ນິດ, ກະ​ຊວງວິ​ທະ​ຍາ​ສາດ​ ແລະ ເຕັກ​ໂນ​ໂລ​ຊີ, ​ສູນ​ກາງສະ​ຫະ​ພັນ​ຊາວ​ໜຸ່ມ​ຫວຽດ​ນາມ ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ສົມ​ທົບ​ກັນ​ຈັດ​ຕັ້ງ​ພິ​ທີ​ມອບ​ລາງວັນ ຂໍ້​ລິ​ເລີມ​ເພື່ອ​ປະ​ຊາ​ຄົມ 2015. ພາຍ​ຫຼັງ​ປຸກ​ລະ​ດົມ​ມາ​ເປັນ​ເວ​ລາ 6 ເດືອ​ນ​, ຄະ​ນະ​ຈັດ​ຕ​ັ້ງ​ໄດ້​ຮັບ 177 ໂຄງ​ການ​ຂໍ້​ລິ​ເລີມ​ຂອງ​ສ່ວນ​ບຸກ​ຄົນ, ໝູ່​ຄະ​ນະ​ໃນ​ທົ່ວ​ປ​ະ​ເທດ​ໃນ​ທຸ​ກ​ຂົງ​ເຂດ. ສະ​ພາກວດ​ກາ​ການ​​ເສັງ​​ໄດ​້ຕົກ​ລົງ​​ມອບລາງວັນ​ໃຫ້​ 11 ຂ​ໍ​້​ລິ​ເລ​ີມ​ລວມ​ມີ: ລາງວັນ​ທີ 1 ໜຶ່ງ​ລາງວັນ, ລາງວັນ​ທີ 2 ສອງລາງວັນ, ລາງວັນ​ທີ 3 ສາມ​ລາງວັນ ແລະ ລາງວັນ​ຊົມ​ເຊີຍ 5 ລາງວັນ.

      ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ໄດ້​ຕີ​ລ​າ​ຄາ​ສ​ູງ​ປະ​ສິດ​ທິ​ຜົນ, ຜົນ​ກະ​ທົບ​ຕໍ່​ສັງ​ຄົມ​​ການ​ເຄື່ອນ​ໄຫວຂອງ​ການ​ເສັງ. ທ່ານ ຫງວຽນ​ທ້ຽນ​ເຍ​ີນ ໄດ້​ຮຽກ​ຮ້ອງວ່າ.

      “ວຽກ​ງານ​ປຸກ​ລຸກ​ສະ​ຕິ​ທີ່​ມີ​ຫົວ​ຄິດ​ປະ​ດິ​ດ​ສ້າງ​ຂອງ​ຊາວ​ຫວຽດ​ນາມ ແມ່ນ​ແຫຼ່ງ​ກຳ​ລັງ​ເພື່ອ​ພັດ​ທະ​ນາ. ແຫຼ່ງ​ກຳ​ລັງ​ພ​ວມນອນ​ໃນ​ຕົວ​ເຮົາ​ເອງ. ເພື່ອ​ມຸ່ງ​ໄປ​ເຖ​ິງ​ປະ​ເທດ​ແຫ່ງ​ການ​ແກ່ງ​ແຍ່ງ, ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜ​າ​ວ່າ ຈາກ​ການ​ເສັງ ຂໍ້​ລິ​ເລີມ​ເພື່ອ​ປະ​ຊາ​ຄົມ, ພວກ​ເຮົ​າ​ມຸ່ງ​ໄປ​ເຖິງ​ລາງວັນ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ. ເຮັດ​ແນວ​ໃດ​ຊາວ​ຫວຽດ​ນາມ ຕ້ອງ​ຮູ້​ຈັກ​ເຖິງ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ຊາວ​ຫວຽດ​ນາມ. ຢູ່​ແຫ່ງ​ໃດ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ຊາວ​ຫວຽດ​ນາມ, ຊາວ​ຫວຽດ​ນາມ ຕ້ອງ​ມີ​ວິ​ທີເພື່ອ​ສຳ​ພັດ​ໄດ້, ຕ້ອງ​​ການ​ໄດ້ຮັບ​ຮູ້ ແລະ ໄດ້​ຮັບການ​ໜູນ​ຊ່ວຍ”.

ຂ່າວ/ບົດ​ອື່ນ