ມອບລາງວັນການເສງຂຽນຈົດໝາຍສາກົນUPUຄັ້ງທີ45

ມອບລາງວັນການເສງຂຽນຈົດໝາຍສາກົນUPUຄັ້ງທີ45 - ảnh 1
ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນມິງຮົ່ງ ກ່າວຄຳເຫັນທີ່ພິທີ
(ພາບ: infonet)

(vovworld) –  ວັນ​ທີ 20/5, ພິທີ​ສະຫລຸບ ​ແລະ ມ​ອບລາງວັນ​ການ​ເສ​ງຈົດໝາຍ​ສາກົນ UPU ຄັ້ງ​ທີ 45 ປີ 2016 ​ໄດ້​ຈັດ​ຕັ້ງ​ຢູ່​ແຂວງ ຫວີງ​ຟຸກ. ນີ້​ແມ່ນ​ຄັ້ງ​ທີ 27 ການ​ເສ​ງນີ້​ໄດ້​ຈັດ​ຕັ້ງ​ຢູ່ ຫວຽດນາມ. ດ້ວຍ​ຫົວ​ຂໍ້​ວ່າ “ຈົ່ງ​ຂຽນ​ຈົດໝາຍ​ໃຫ້​ຕົນ​ເອງ​​ເມື່ອ​ໄດ້ອາຍຸ 45 ປີ”, ການ​ເສ​ງ​ໄດ້​ຮັບ​ການ​ປຸກລະດົມ ​ແລະ ຜັນ​ຂະຫຍາ​ຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ແຕ່​ເດືອນ 10/2015 ຫາ​ເດືອນ 2/2016. ຄະນະ​ຈັດ​ຕັ້ງ​ໄດ້​ເລືອກ​ເຟັ້ນຈົດໝາຍດີ​ເດັ່ນ​ທີ່​ສຸດ 100 ສະບັບ​ໃນ​ຈຳນວນ 900.000 ສະບັບ ​ແລະ ມອບລາງວັນ​ທີໜຶ່ງ 1 ລາງວັນ, ລາງວັນ​ທີ 2 ສາມ​ລາງວັນ, ລາງວັນ​ທີ 3 ຫ້າ​ລາງວັນ, ລາງວັນ​ຊົມ​ເຊີຍ 30 ລາງວັນ​ພ້ອມ​ກັບ ລາງວັນ​​ໃຫ້​ຜູ້​ຂຽນ​ມີ​​ຄວາມ​ສາມາດ 61 ລາງວັນ. ​ນ້ອງ ຫງວຽນ​ທິທູ​ຈາງ, ນັກຮຽນ ມ4, ​ໂຮງຮຽນ​ມັດ​ຖະຍົມ​ຕອນ​ຕົ້ນ, ​ເມືອງ​ນາມ​ແຊກ, ​ແຂວງ ຫາຍ​ເຢືອງ ຍາດ​ໄດ້​ລາງວັນ​ທີ 1. ນ້ອງ ຫງວຽນ​ທິທູ​ຈາງ ​ໄດ້ສວມ​ບົດບາດ​ເປັນ​​ເດັກຊາຍ Aylan Kurdi, ​ເຊິ່ງ​ແມ່ນ​ນ້ອງ​ຊາຍ​ຊາວ ຊີ​ຣີ ທີ່​ເສຍ​ຊີວິດ​ຢູ່​ຝັ່ງ​ທະ​ເລ Bodrum, ປະ​ເທດ​ຕວກກີ, ​ໃນ​ຮູບ​ຖ່າຍ​ແຜ່ນ​ໜຶ່ງ​ໄດ້​ກໍ່ຄວາມ​ສັ່ນ​ສະ​ເທືອ​ນ​ໃນ​ທົ່ວໂລກ​ກ່ຽວ​ກັບ​ວິນາດ​ຕະກຳ​ຂອງ​ສົງຄາມ, ການ​ປະ​ທະ​ກັນ ​ແລະ ສະພາບລີ້​ໄພ​ຢ່າງຜິດ​ກົດໝາຍ​ຢູ່ ​ເອີ​ລົບ ​​ເມື່ອທ້າຍ​ປີ 2015. ການ​ເລົ່າ​​ເລື່ອງ​ຂອງ Aylan Kurdi ​ໃນ​ແດນ​ສະຫວັນ, ຫຼື ​ແມ່ນ​ຄວາມ​ຫວັງ​ຂອງ ຫງວຽນ​ທິທູ​ຈາງ ກ່ຽວ​ກັບ​ໂລກ​ປອດການ​ໃຊ້​ຄວາມ​ຮຸນ​ແຮງ, ບໍ່​ມີ​ສົງ​ຄາມ. ຈົດໝາຍ​ຂອງ​ນ້ອງ ຫງວຽນ​ທິທູ​ຈາງ ​ໄດ້​ແປ​​ເປັນ​ພາສາ ຝຣັ່ງ, ​ອັງ​ກິດ ​​ເພື່ອ​ເຂົ້າ​ຮ່ວມ​ການ​ເສ​ງຂຽນ​ຈົດໝາຍ​ສາກົນ UPU ຄັ້ງ​ທີ 45 ຢູ່ ສະ​ວິດ.


ຂ່າວ/ບົດ​ອື່ນ