ມອບລາງວັນການເສັງຫົວຄິດປະດິດສ້າງດ້ານເຕັກນິກທົ່ວປະເທດຄັ້ງທີ13

ມອບລາງວັນການເສັງຫົວຄິດປະດິດສ້າງດ້ານເຕັກນິກທົ່ວປະເທດຄັ້ງທີ13 - ảnh 1
ມອບລາງວັນການເສັງຫົວຄິດປະດິດສ້າງດ້ານເຕັກນິກທົ່ວປະເທດຄັ້ງທີ13
(ພາບ: TTXVN)

(vovworld) - ຕອນ​ຄ່ຳ​ວັນ​ທີ 29/03, ຢູ່​ຮ່າ​ໂນ້ຍ, ສະ​ຫະ​ພັນ​ບັນ​ດາ​ສະ​ມາ​ຄົມ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ກະ​ຊວງ​ວິ​ທະ​ຍາ​ສາດ​ເຕັກ​ໂ​ນ​ໂ​ລ​ຊີ, ສະ​ຫະ​ພັ​ນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ, ສູນ​ກາງ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ ຈັດ​ພິ​ທີ​ສະ​ຫຼຸບ ແລະ ມອບ​ລາງວັນ​​ໃຫ້ການ​ເສັງຫົວ​ຄິດ​ປະ​ດິດ​ສ້າງດ້​ານ​ເຕັກ​ນິກ​ທົ່ວ​ປະ​ເທດ​ຄັ້ງ​ທີ 13. ການ​ເສັງ​ນີ້​ໄດັ​ຈັດ​ຂຶ້ນ 2 ປີ​ເທື່ອ​ໜຶ່ງ, ສຳ​ລັບ​ບັນ​ດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ, ສື່​ສານ​ເອ​ເ​ລັກ​ໂຕ​ນິກ​ໂທ​ລະ​ຄົ​ມ; ວັດ​ຖຸ​ເຄ​ມີ​ພະ​ລັງ​ງານ; ກະ​ສິ​ກຳ, ປ່າໄມ້, ການ​ປະ​ມົງ ແລະ ຊັບ​ພະ​ຍາ​ກອນ​ສິ່ງ​ແວດ​ລ້ອມ… ບັນ​ດາ​ມາດ​ຕະ​ການ​​ແກ້​ໄຂທີ່​ຍາ​ດ​ໄດ້​ລາງວັນ​ໃນ​ການ​ເສັງ​​ໄດ້​ຮັບ​ການນຳ​ໃຊ້​​ເຂົ້າໃນ​ການ​ຜະ​ລິດ ແລະ ຊີ​ວິດ​ສຳ​ເລັດ​ຜົນ​​, ​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ​ສູງ, ປະ​ກອບ​ສ່ວນ​ພ​ັດ​ທະ​ນາ​ເສດ​ຖະ​ກິດ​ປະ​ເທດ​ຊາດ, ​ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຊຸກ​ຍູ້​ການ​ພັດ​ທະ​ນາ ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຊ​ີ​ເຂົ້າ​ໃນ​ຊີ​ວິດ​ການ​ເປັນ​ຢູ່.

        ​ໃນການ​ເສັງຫົວ​ຄິດ​ປະ​ດິດ​ສ້າງ​ດ້ານ​ເຕັກ​ນິກ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ​ມີ 54 ແຂວງ, ນະ​ຄອນ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສົ່ງ​ຫົວ​ຂໍ້​ເຂົ້າ​ຮ່ວມ ດ້ວຍ 550 ມາດ​ຕະ​ການ​ແກ້​ໄຂ ​ທີ່​ແບ່ງ​ປັນ 6 ຂົງ​ເຂດ.​

ຂ່າວ/ບົດ​ອື່ນ