ມອບລາງວັນການເສັງແຕ້ມພາບໂຄສະນາກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ12ຂອງພັກ

ມອບລາງວັນການເສັງແຕ້ມພາບໂຄສະນາກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ12ຂອງພັກ - ảnh 1
ພາບ​ແຕ້ມ​ເຂົ້າ​ຮ່ວມ​ການ​ເສັງ

(vovworld) – ​ ​ຕອນ​ເຊົ້າ​ວັນ​ທີ 5/1, ຢູ່​ຮ່າ​ໂນ້ຍ, ກົມ​ວັດ​ທະ​ນະ​ທຳ​ຮາກ​ຖານ (ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ) ໄດ້​ສົມ​ທົບ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລວິ​ຈິດ​ສິນ ຫວຽດ​ນາມ ຈັດ​ຕັ້ງ​ການ​ເສັງ​ແຕ້ມ​ພາບ​ໂຄ​ສະ​ນາ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ ແລະ ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທ​ດ​ຄັ້ງ​ທຳ​ອິດ. ດ້ວຍ 2 ຫົວ​ຂໍ້​ດັ່ງ​ກ່າວ, ຄະ​ນະ​ຈັດ​ຕັ້ງ​ການ​ເສັງ​ໄດ້​ຮັບ​ພາບ​ແຕ້​ມ​ກ່​ວາ 1.600 ​ພາບ​ຈາກຜູ້​ເຂົ້າ​ຮ່ວມການ​ເສັງ​ກ່​ວາ 600 ຄົນ. ບັນ​ດາ​ພາບ​ແຕ້ມ​ໄດ​້​ສ່ອງ​ແສງ​ເຖິງ​ເນື້ອ​ໃນ​ຫົວ​ຂໍ້​ການ​ເສັງ, ຢັ້ງ​ຢືນ​ຜົນ​ງານ​ຂອງ​ພັກ ແລະ ປະ​ຊາ​ຊົນ​ໃນ​ພາ​ລະ​ກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ຄະ​ນະ​ຈັດ​ຕັ້ງ​ໄດ້​​ຄັດເລືອກ ແລະ ມອບລາງວັນ​ທີ 2 2 ລາງວັນ, ລາງວັນ​ທີ 3 ໜຶ່ງ​ລາ​ງວັນ ແລະ ລາງວັນ​ຊົມ​ເຊີຍ 5 ລາງວັນ​ໃຫ້​ນັກ​ແຕ້ມ. ນັກ​ຈິດ​ຕະ​ກຳ ກາວ​ຕ໋ວນ​ວຽດ, ຜູ້​ແຕ້ມ​ພາບ​ “ໄວ​ໜຸ່ມ, ຄວາມ​ຮັ​ກ ແລະ ທະ​ເລ”, ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ບັນ​ດາ​ສະ​ມ​າ​ຊິກ​ສະ​ມາ​ຄົມ​ຕິດ​ພັນ​ກັບ​ຂະ​ບວນ​ການ​​ແຕ່​ດົນ​ນານ​ມາ​ແລ້ວ, ດັ່ງ​ນັ້ນ​ເມື່ອ​ໄດ້​ຮູ້​​ຂ່າວກ່ຽວ​ກັບ​ການ​ເສັງ​ແຕ້ມ​ພາບ​ໂຄ​ສະ​ນາ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ ​ພວກ​ຂ້າ​ພະ​ເຈົ້າມີ​ຄວາມ​​ພາກ​ພູມ​ໃຈ​ທີ່​ສຸດ. ຈາກນັ້ນ​, ຂ້າ​ພະ​ເຈົ້າ​ໄດ້​ເລີ່​ມ​​ມີ​ຈິດ​ຕະ​ນາ​ການ ແລະ ທາບ​ທາມ​ເອ​ກະ​ສານ​ຕ່າງໆ​ເພື່ອ​ແຕ້ມ​ພາບ​​ໃຫ້ຄຸນ​ນະ​ພາບ​ທີ່​ສຸດ. ດັ່ງ​ນັ້ນ​ພາບ​ແຕ້ມ “ໄວ​ໜຸ່ມ, ຄວາມ​ຮັກ ແລະ ທະ​ເລ” ​ຈຶ່ງແມ່ນ​ພາບ​ແຕ້ມ​​ທີ່​ຂ້າ​ພະ​ເຈົ້າ​ພໍ​ໃຈ​ ທີ່​ສຸ​ດ”        

ຂ່າວ/ບົດ​ອື່ນ