ມອບ​ລາງວັນຄ້ອນ​​ຕີ​ ກ່ຽວ​ຄຳ ປີ 2023

(VOVWORLD) - ຄະນະກຳມາການ ໄດ້ພິຈາລະນາ, ຄັດເລືອກບັນດາຜົນງານດີເດັ່ນເພື່ອມອບ 6 ລາງວັນ A, 12 ລາງວັນ B, 18 ລາງວັນ C, 6 ລາງວັນຫົວເລື່ອງສະເພາະ ແລະ 30 ລາງວັນຊົມເຊີຍ. ວິທະຍຸກະຈາຍສຽງ ຫວຽດນາມ ຄ້ວາໄດ້ລາງວັນ A 1 ລາງວັນ ເຊິ່ງເປັນຂອງນັກຂ່າວ ຟານແທັງຈ່າ. 
ມອບ​ລາງວັນຄ້ອນ​​ຕີ​ ກ່ຽວ​ຄຳ ປີ 2023 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ໂດຍຂ່ຳນັບຮັບຕ້ອນ ສະເຫຼີມສະຫຼອງ 94 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930 - 3/2/2024), ຕອນຄ່ຳວັນທີ 1 ກຸມພາ, ພິທີປະກາດ ແລະ ມອບລາງວັນຄ້ອນຕີ ກ່ຽວຄຳ ຄັ້ງທີ VIII (ປີ 2023), ລາງວັນສື່ມວນຊົນ ທົ່ວປະເທດ ກ່ຽວກັບການກໍ່ສ້າງພັກ, ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ. ດ້ວຍ 2216 ຜົນງານ ປີ 2023 ແມ່ນປີທີ່ມີການສົ່ງຜົນງານເຂົ້າຮ່ວມຫຼາຍທີ່ສຸດ.

ຄະນະກຳມາການ ໄດ້ພິຈາລະນາ, ຄັດເລືອກບັນດາຜົນງານດີເດັ່ນເພື່ອມອບ 6 ລາງວັນ A, 12 ລາງວັນ B, 18 ລາງວັນ C, 6 ລາງວັນຫົວເລື່ອງສະເພາະ ແລະ 30 ລາງວັນຊົມເຊີຍ. ວິທະຍຸກະຈາຍສຽງ ຫວຽດນາມ ຄ້ວາໄດ້ລາງວັນ A 1 ລາງວັນ ເຊິ່ງເປັນຂອງນັກຂ່າວ ຟານແທັງຈ່າ. ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ:

ເພື່ອຕອບສະໜອງໜ້າທີ່ໄດ້ດີກ່ວາໃນໄລຍະຈະມາເຖິງ, ຂ້າພະເຈົ້າມີຄວາມປາດຖະໜາກ ແລະ ເຊື່ອໝັ້ນວ່າ ລາງວັນຄ້ອນຕີ ກ່ຽວຄຳ ຈະເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃຫ້ຫຼາຍກ່ວາອີກ, ສືບຕໍ່ຊອກຮູ້ການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ ເພື່ອນັບມື້ນັບແຜ່ກະຈາຍພະລັງຊີວິດຢ່າງແຮງ ແລະ ການກະທົບທີ່ຕັ້ງໜ້າຂອງລາງວັນ, ປະກອບສ່ວນສ້າງ, ປັບປຸງພັກ, ສ້າງລະບົບການເມືອງ ແລະ ສ້າງຖັນແຖວພະນັກງານທີ່ປອດໄພ, ໝັ້ນຄົງເຂັ້ມແຂງ. ພ້ອມທັງ ປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິດຜົນເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດ ສັງຄົມນິຍົມ ຫວຽດນາມ, ເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ມີຄວາມຍຸຕິທຳ, ສີວິໄລ.

ຕອບກັບ

ຂ່າວ/ບົດ​ອື່ນ