ມອບລາງວັນງານມະໂຫລານຮູບເງົາທົ່ວປະເທດ ກ່ຽວກັບຄວາມປອດໄພດ້ານຄົມມະນາຄົມປີ 2023

(VOVWORLD) - ໃນບັນດາຮູບເງົາສາລະຄະດີ, ຜົນງານ “ມາດຕະການເຕັກໂນໂລຊີເພື່ອຍົກສູງສະຕິການປະຕິບັດກົດໝາຍວ່າດ້ວຍການວ່າດ້ວຍການຄົມມະນາຄົມທາງບົກ” ຂອງບັນດານັກປະພັນຂຶ້ນກັບກຸ່ມບໍລິສັດເຕັກໂນໂລຊີໂທລະຄົມ ກອງທັບ Viettel
ມອບລາງວັນງານມະໂຫລານຮູບເງົາທົ່ວປະເທດ ກ່ຽວກັບຄວາມປອດໄພດ້ານຄົມມະນາຄົມປີ 2023 - ảnh 1ບັນດານັກປະພັນໄດ້ຮັບລາງວັນ

ງານມະໂຫລານຮູບເງົາທົ່ວປະເທດກ່ຽວກັບຄວາມປອດໄພດ້ານຄົມມະນາຄົມປີ 2023 ດ້ວຍຫົວຂໍ້ “ເຄົາລົບກົດໝາຍເພື່ອສ້າງວັດທະນະທຳດ້ານຄົມມະນາຄົມທີ່ປອດໄພ” ໂດຍຄະນະກຳມະການຄວາມປອດໄພທາງຄົມມະນາຄົມແຫ່ງຊາດສົມທົບກັບສະຖານີໂທລະພາບ ຫວຽດນາມ ແລະ ບໍລິສັດ ໂອໂຕ Toyota ຫວຽດນາມ ຈັດຂຶ້ນໃນຕອນຄ່ຳວັນທີ 14 ມັງກອນ, ຢູ່ຮ່າໂນ້ຍ.

        ໃນບັນດາຮູບເງົາສາລະຄະດີ, ຜົນງານ “ມາດຕະການເຕັກໂນໂລຊີເພື່ອຍົກສູງສະຕິການປະຕິບັດກົດໝາຍວ່າດ້ວຍການວ່າດ້ວຍການຄົມມະນາຄົມທາງບົກ” ຂອງບັນດານັກປະພັນຂຶ້ນກັບກຸ່ມບໍລິສັດເຕັກໂນໂລຊີໂທລະຄົມ ກອງທັບ Viettel ຄ້ວາໄດ້ລາງວັນທີ 1. ສຳລັບຮູບເງົາເລື່ອງສັ້ນ, ລາງວັນທີໜຶ່ງໄດ້ແກ່ຜົນງານ “ວັດທະນະທຳດ້ານຄົມມະນາຄົມປ່ອຍທາງໃຫ້ຄົນຍ່າງ” ຂອງຄະນະຄວາມປອດໄພດ້ານຄົມມະນາຄົມນະຄອນ ດານັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ