ມອບລາງວັນຕະກວາງບືວ ປີ 2018

(VOVWORLD) - ລາງວັນ ຕະກວາງບືວ ແມ່ນລາງວັນຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ໂດຍກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ເປັນອົງການປະຈຳການ...
ມອບລາງວັນຕະກວາງບືວ ປີ 2018 - ảnh 1ພິທີມອບລາງວັນ ຕະກວາງບືວ ປີ 2018

ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດຕັ້ງການມອບລາງວັນ ຕະກວາງບືວ ປີ 2018. ນີ້ແມ່ນໜຶ່ງໃນບັນດາເຫດການສຳຄັນ, ແທດຈິງເພື່ອສະເຫຼີມສະຫຼອງວັນວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ (18 ພຶດສະພາ) ແລະ ວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19 ພຶດສະພາ). ທ່ານ ຫວູດຶກດາມ, ຮອງນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມພິທີ.

        ລາງວັນ ຕະກວາງບືວ ແມ່ນລາງວັນຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ໂດຍກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ເປັນອົງການປະຈຳການ, ໄດ້ຮັບການຈັດຕັ້ງປະຈຳປີ ເພື່ອແນໃສ່ສົ່ງເສີມ ແລະ ເຊີດຊູບັນດານັກວິທະຍາສາດມີບັນດາຜົນງານພົ້ນເດັ່ນໃນການຄົ້ນຄ້ວາພື້ນຖານ ບັນດາຂົງເຂດວິທະຍາສາດທຳມະຊາດ, ວິທະຍາສາດເຕັກນິກ. ນີ້ເປັນຄັ້ງທີ 5 ທີ່ໄດ້ຈັດຕັ້ງການມອບລາງວັນນີ້.

        ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ ຈູງອັກແອງ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ກ່າວວ່າ:

        “ຜ່ານການຄັດເລືອກມອບລາງວັນມາເປັນເວລາ 5 ຄັ້ງ, ມີນັກວິທະຍາສາດ 14 ຄົນຍາດໄດ້ລາງວັນຕະກວາງບືວ. ໃນນັ້ນ, ມີນັກວິທະຍາສາດ 2 ຄົນເຊິ່ງແມ່ນ ສາດສະດາຈານ, ປອ ຟານແທງເຊີນນາມ ແລະ ຮອງສາດສະດາຈານ, ປອ ຫງວຽນຊຸມ ໂດຍວາລະສານ Asian Scientist ຈັດອັນດັບນອນໃນ TOP 100 ນັກວິທະຍາສາດມີຜົນສະທ້ອນຂອງ ອາຊີ ປີ 2017. ນີ້ແມ່ນພະຍານຫຼັກຖານແທດຈິງຢັ້ງຢືນເຖິງລາງວັນ ຕະກວາງບືວ ແມ່ນລາງວັນມີອິດທິພົນຊື່ສຽງ, ໄດ້ຮັບການຮັບຮູ້, ໄດ້ຮັບການປຶກສາຫາລືຢູ່ທະວີບ.”

ຕອບກັບ

ຂ່າວ/ບົດ​ອື່ນ