ມອບລາງວັນທົ່ວປະເທດກ່ຽວກັບສື່ສານກັບຕ່າງປະເທດຂົງເຂດສື່ມວນຊົນຄັ້ງທີ2ປີ2015

ມອບລາງວັນທົ່ວປະເທດກ່ຽວກັບສື່ສານກັບຕ່າງປະເທດຂົງເຂດສື່ມວນຊົນຄັ້ງທີ2ປີ2015 - ảnh 1
VOV5 ຮັບລາງວັນທົ່ວ​ປະ​ເທດ​ກ່ຽວ​ກັບ​ສື່ສານ​ກັບ​
ຕ່າງປະ​ເທດ​ຂົງ​ເຂດ​ສື່​ມວນ​ຊົນ​ຄັ້ງ​ທີ 2 - ປີ 2015

(vovworld) - ພິທີ​ມອບ​ລາງວັນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ສື່ສານ​ກັບ​ຕ່າງປະ​ເທດ​ຂົງ​ເຂດ​ສື່​ມວນ​ຊົນ​ຄັ້ງ​ທີ 2 - ປີ 2015 (ຂົງ​ເຂດ​ສື່​ມວນ​ຊົນ) ​ໂດຍ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ແລະ ຄະນະ​ຊີ້​ນຳ​ວຽກ​ງານ​ສື່ສານ​ກັບ​ຕ່າງປະ​ເທດ​ຈັດ​ຕັ້ງ, ດຳ​ເນີນ​ໃນ​ວັນ​ທີ 28/05 ຢູ່​ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ພິທີ​ມອບ​ລາງວັນ​ມີ​ທ່ານ ດິງ​ເທ່ຮວີນ ຜູ້​ປະຈຳ​ຄະນະ​ເລຂາທິການ​ສູນ​ກາງ​ພັກ; ທ່ານ ຫວໍ​ວັນ​ເຖືອ​ງ ຫົວໜ້າ​ຄະນະ​ໂຄສະນາ​ສຶສາ​ສູນ​ກາງ, ຫົວ​ໜ້າ​ຄະນະ​ຊີ້​ນຳ​ວຽກ​ງານ​ສື່ສານ​ກັບ​ຕ່າງປະ​ເທດ; ການ​ນຳ​ບາງ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ, ບັນດາ​ອົງການ​ສື່​ສານ​ກັບ​ຕ່າງປະ​ເທດ​ຂອງ ຫວຽດນາມ ​ແລະ ບັນດານັກ​ປະພັນ​ທີ່ຍາດ​ໄດ້​ລາງວັນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ສື່ສານ​ກັບ​ຕ່າງປະ​ເທດ​ຄັ້ງ​ທີ 2.

        ຄະນະ​ຈັດ​ຕັ້ງ​ໄດ້​ຮັບ​ບົດ​ປະພັນ 737 ບົດ​ເຂົ້າ​ຮ່ວມ​ການ​ເສັງ, ບັນດາ​ບົດ​ປະພັນ​ເຂົ້າ​ຮ່ວມ​ການ​ເສັງ ​ປະກອບ​ດ້ວຍ 11 ພາສາ​ຄື: ຫວຽດນາມ, ອັງກິດ, ຝະລັ່ງ, ລັດ​ເຊຍ, ຈີນ, ​ເຢຍລະ​ມັນ, ​ແອັດ​ສະ​ປາຍ, ຍີ່ປຸ່ນ, ສ.​ເກົາຫຼີ, ລາວ ​ແລະ ບູນກາຣີ. ​ເນື້ອ​​ໃນຂອງ​ບັນດາ​ບົດ​ປະພັນ​ເຂົ້າ​ຮ່ວ​ມການ​ເສັງ​ຄັ້ງ​ນີ້ ມີ​ຄວາມອຸດົມສົມ​ບຸນ, ​ເຕື້ອງ​ເຖິງ​ຊີວິດ​ການ​ເປັນ​ຢູ່ດ​້ານການ​ເມືອງ, ​ເສດຖະກິດ, ສັງຄົມ, ວັດທະນະທຳ​ພາຍ​ໃນ​ປະ​ເທດ ກໍ່​ຄື​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຢ່າງຮອບດ້ານ; ບັນດາ​​ເຫ​ດການ​ໃຫຍ່, ບັນຫາ​ສະຖານະ​ການ​ການ​ເມືອງ​ຕ່າງໆ​ໄດ​້ຮັບ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ​ໃນ​ປີ 2015; ​ໂຄສະນາ​ເຜີຍ​ແຜ່ປະ​ເທດ​ຊາດ, ວັດທະນະທຳ, ປະຫວັດສາດ, ຊາວ ຫວຽດນາມ; ​ແນະນຳ​ບັນດາ​ຜົນງານ​ຂອງ​ພາລະກິດ​ປ່ຽນ​ໃໝ່, ປະກອບສ່ວນ​ສ້າງ​ຮູບ​ພາບ ຫວຽດນາມ ສັນຕິພາບ, ສະຖຽນ​ລະ​ພາບ, ພັດທະນາ.
ມອບລາງວັນທົ່ວປະເທດກ່ຽວກັບສື່ສານກັບຕ່າງປະເທດຂົງເຂດສື່ມວນຊົນຄັ້ງທີ2ປີ2015 - ảnh 2

ທ່ານ ດິງ​ເທ່ຮວີນ ມອບ​ລາງໃຫ້ນັກ​ປະພັນ​ທີ່ຍາດ​ໄດ້​ລາງວັນ​
ທົ່ວ​ປະ​ເທດ​ກ່ຽວ​ກັບ​ສື່ສານ​ກັບ​ຕ່າງປະ​ເທດ​ຄັ້ງ​ທີ 2

ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ທີ​ໜຶ່ງ, ລາ​ງວັນທີ​ສອງ, ທີ​ສາມ ​ແລະ ລາງວັນ​ຊົມ​ເຊີຍ​ໃຫ້ 70 ບົດ​ປະພັນ, ​ດ້ວຍ 5 ຮູບ​ການສື່​ມວນ​ຊົນ​ເຊັ່ນ: ສື່​ສິ່ງ​ພິມ, ສື່​ເອ​ເລັກ​ໂຕ​ນິກ, ກະຈາຍສຽງ, ​ໂທລະພາບ ​ແລະ ຂ່າວ​ພາບ. ນີ້​ແມ່ນ​ເທື່ອ​ທີ​ສອງ​ທີ່​ລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດແຫ່ງ​ຊາດ, ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV5) ​ໄດ້​ຮັບ​ລາງວັນ​ທີ​ໜຶ່ງ ສື່​ມວນ​ຊົນ​ກັບ​ຕ່າງປະ​ເທດ, ຮູບ​ການ​ກະຈາຍສຽງ, ດ້ວຍ​ບົດ​ປະພັນ “​ເພື່ອ​ຊີວິດ​ສະຫງົບ​ສຸກ ​ແລະ ພັດທະນາ“.

        ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ ດິງ​ເທ໋ຮວີ​ນ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ, ຢືນຢັນ​ເຖິງ​ອິດ​ທິພົນ​ຊື່​ສຽງ​ຂອງ​ລາງວັນ, ຜ່ານ​ນັ້ນ​ຢືນຢັນ​ບົດບາດ​ສຳຄັນ​ຂອງ​ວຽກ​ງານ​ສື່ສານ, ​ໂຄສະນາ​ກັບ​ຕ່າງປະ​ເທດ​ໃນ​ປະຈຸ​ບັນ.

        “ພ້ອມ​ກັບ​ການ​ເຄື່ອນ​ໄຫວ​ສື່ສານ​ພາຍ​ໃນ​ປະ​ເທດ, ການສື່ສານ​ອອກຕ່າງປະ​ເທດ ​ໄດ້​ປະກອບສ່ວນ​ສຳຄັນ​ໃນ​ການ​ຮັກສາ​ສະພາບ​​ແວດ​ລ້ອມສັນຕິພາບ, ສະຖຽນ​ລະ​ພາບ​ເພື່ອ​ພັດທະນາ​ປະ​ເທດ​ຊາດ; ປັບປຸງ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ ຫວຽດນາມກັບ​ປະ​ເທດ​ຕ່າງໆ; ຊຸກຍູ້​ການ​ເຊື່ອມ​ໂຍງ​ກັບ​ສາກົນ; ​ແນະນຳ​​ເຖິງ​ປະຊາຊົນ​ໂລກ​ກ່ຽວ​ກັບປະ​ເທດ​ຊາດ, ປະຊາຊົນ, ວັດທະນະທຳ ​ແລະ ປະຫວັດສາດ​ຫວຽດນາມ; ກ່ຽວ​ກັບ​ຫຼັກ​ໝັ້ນ, ຄວາມ​ເປັນ​ທຳ​ຂອງ ຫວຽດນາມ​ໃນ​ການ​ຕໍ່ສູ້​ ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ“.

        ທ່ານ ດິງ​ເທ໋ຮວີ​ນ ກໍ່​ເນັ້ນ​ໜັກ​ວ່າ​ໃນ​ສະພາບ​ການ​ໃໝ່​ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ທີ່​ເຮັດ​ວຽກ​ງານ​ສື່​ມວນ​ຊົນ​ໃນ​ທົ່ວ​ປະ​ເທດ​ຕ້ອງ​ສືບ​ຕໍ່​ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ, ປະຕິບັດ​ໜ້າ​ທີ່​ເຊິ່ງພັກ, ລັດ​ໄດ້​ມອບ​ໝາຍ​ໃຫ້, ປະກອບສ່ວນ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

 

ຂ່າວ/ບົດ​ອື່ນ