ມອບລາງວັນທ່ອງທ່ຽວຫວຽດນາມປີ2017

(VOVWORLD) -ເນື່ອງໃນໂອກາດສະເຫລີມສະຫລອງ 57 ປີແຫ່ງວັນສ້າງຕັ້ງຂະແຫນງທ່ອງທ່ຽວຫວຽດນາມ (9/7/1960- 9/7/2017), ຕອນເຊົ້າວັນທີ 8 ກໍລະກົດ ຢູ່ ຮ່າໂນ້ຍ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ໄດ້ຈັດຕັ້ງພິທີເຊີດຊູ 91 ວິສາຫະກິດທ່ອງທ່ຽວແຖວຫນ້າຫວຽດນາມ ໃນປີ 2017. 

ມອບລາງວັນທ່ອງທ່ຽວຫວຽດນາມປີ2017  - ảnh 1 VietNamairlne ແມ່ນຫົວຫນ່ວຍໄດ້ຮັບລາງວັນ

ພາບ:vietnamplus

ບັນດາອົງການຈັດຕັ້ງ, ວິສາຫະກິດໄດ້ຮັບລາງວັນ ແມ່ນບັນດາຫົວຫນ່ວຍຢັ້ງຢືນໄດ້ອິດທິພົນຊື່ສຽງ, ຄຸນນະພາບການຮັບໃຊ້ ແລະ ດຳເນີນທຸລະກິດຢ່າງມີປະສິດທິຜົນໃນປີ 2016.

ກ່າວຄຳເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ຕີລາຄາວ່າ: ການພັດທະນາຂອງຂະແຫນງການທ່ອງທ່ຽວ ບໍ່ພຽງແຕ່ຫນູນຊ່ວຍລະດັບການເຕີບໂຕເສດຖະກິດລວມຂອງປະເທດຊາດເທົ່ານັ້ນ ຫາກສຳຄັນກວ່າ ນັ້ນແມ່ນປະກອບສ່ວນຍົກສູງຄຸນນະພາບຊີວິດຂອງປະຊາຊົນ, ເປັນຕົ້ນແມ່ນປະຊາຊົນຢູ່ເຂດຊົນນະບົດ, ເຂດຫ່າງໄກສອກຫລີກອີກດ້ວຍ. ຜ່ານການທ່ອງທ່ຽວ, ນັກທ່ອງທ່ຽວທຸກສາລະທິດກໍ່ໄດ້ຮູ້ຈັກເຖິງ ພາບພົດ ຫວຽດນາມ. ເພື່ອໃຫ້ຂະແຫນງທ່ອງທ່ຽວປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງປະເທດຊາດໃຫ້ຫລາຍກວ່າໃນໄລຍະຈະເຖິງ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ສະເຫນີ:

        “ບັນດາອົງການຄຸ້ມຄອງລັດກ່ຽວກັບການທ່ອງທ່ຽວ ຄວນຂ້ຽວຂາດ, ມີຫົວຄິດປະດິດສ້າງໃນການແກ້ໄຂບັນດາຂໍ້ຕິດຂັດທີ່ເກີດຂຶ້ນ. ອຳນາດການປົກຄອງທຸກຂັ້ນ ມານະພະຍາຍາມກວ່າເພື່ອໃຫ້ສະພາບແວດລ້ອມການທ່ອງທ່ຽວຫວຽດນາມ ສືບຕໍ່ໄດ້ຮັບການປັບປຸງຢ່າງວ່ອງໄວ ແລະ ໝັ້ນຄົງ. ສະມາຄົມທ່ອງທ່ຽວຫວຽດນາມ ແລະ ບັນດາສະຫະສະມາຄົມອາຊີບທີ່ມີສ່ວນກ່ຽວຂ້ອງເຖິງການທ່ອງທ່ຽວ ຕ້ອງຄົ້ນຄ້ວາ, ສະເຫນີແນະການປັບປຸງເພື່ອໃຫ້ລັດຖະບານປະກາດໃຊ້ບັນດານະໂຍບາຍແທດຈິງໃຫ້ແກ່ປະຊາຄົມວິສາຫະກິດເຮັດທ່ອງທ່ຽວ.”

6 ເດືອນຕົ້ນປີ 2017, ຂະແຫນງທ່ອງທ່ຽວຫວຽດນາມ ສືບຕໍ່ສ້າງບັນດາຂີດໝາຍໃຫມ່ ເມື່ອຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 6,2 ລ້ານເທື່ອຄົນ ແລະ ແຂກທ່ອງທ່ຽວພາຍໃນປະເທດກວ່າ 40 ລ້ານເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ