ມອບລາງວັນບັນດາບົດເສັງຂຽນກ່ຽວກັບ 50 ປີແຫ່ງການພົວພັນ ຫວຽດນາມ - ກຳປູເຈຍ

(VOVWORLD) - ວັນທີ 22 ມີນາ, ທີ່ນະຄອນຫລວງ ພະນົມເປັນ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ໄດ້ສົມທົບກັບກະຊວງປ້ອງກັນປະເທດ ກຳປູເຈຍ ຈັດຕັ້ງພິທີມອບລາງວັນການເສັງຂຽນກ່ຽວກັບ 50 ປີແຫ່ງການພົວພັນ ຫວຽດນາມ  - ກຳປູເຈຍ.
ມອບລາງວັນບັນດາບົດເສັງຂຽນກ່ຽວກັບ 50 ປີແຫ່ງການພົວພັນ ຫວຽດນາມ - ກຳປູເຈຍ - ảnh 1 ພິທີມອບລາງວັນບັນດາບົດເສັງຂຽນກ່ຽວກັບ 50 ປີແຫ່ງການພົວພັນ ຫວຽດນາມ - ກຳປູເຈຍ

ນີ້ແມ່ນໝາກຜົນຂອງການຂົນຂວາຍປະພັນວັນນະຄະດີສິລະປະກ່ຽວກັບ “ນ້າໃຈສາມັກຄີຮ່ວມສຳພັນສູ້ຮົບ 3 ປະເທດ ຫວຽດນາມ - ລາວ - ກຳ ປູເຈຍ” ເຊິ່ງໄດ້ປຸກລະດົມແຕ່ປີ 2017 ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ.

        ເຂົ້າຮ່ວມພິທີມອບລາງວັນມີທ່ານພົນໂທ ຫງວຽນຈ້ອງເງ້ຍ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ຫົວໜ້າຄະນະຊີ້ນຳບັ້ນຂົນຂວາຍ. ສ່ວນຝ່າຍກຳປູເຈຍ ມີທ່ານຈົມພົນ Neang Phat ລັດຖະມົນຕີຮັບຜິດຊອບກະຊວງປ້ອງກັນປະເທດ ກຳປູເຈຍ, ຫົວໜ້າຄະນະຈັດຕັ້ງບັ້ນຂົນຂວາຍ.

        ກ່າວຄຳເຫັນທີ່ພິທີ, ທ່ານຈອມພົນ Neang Phat ຕີລາຄາສູງຄວາມໝາຍແທດຈິງຂອງບັ້ນຂົນຂວາຍປະພັນວັດທະນະທຳສິລະປະກ່ຽວກັບ “ນ້ຳໃຈສາມັກຄີຮ່ວມສຳພັນສູ້ຮົບ 3 ປະເທດ ຫວຽດນາມ - ລາວ - ກຳ ປູເຈຍ” ດ້ວຍການເຂົ້າຮ່ວມຂອງ 270 ຄົນສັງກັດບັນດາກົມກອງໃນກອງທັບລາດຊະວົງ ກຳປູເຈຍ.

        ທີ່ພິທີ, ທ່ານຈອມພົນ Neang Phat ແລະ  ທ່ານພົນໂທ ຫງວຽນຈ້ອງເງ້ຍ ໄດ້ມອບໃບຢັ້ງຢືນ ແລະ ໃບຍ້ອງຍໍໃຫ້ບັນດານັກປະພັນ ແລະ ກຸ່ມນັກປະພັນຂອງກອງທັບລາດຊະວົງ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ