ມອບລາງວັນປະດິດຄິດສ້າງວິທະຍາສາດເຕັກໂນໂລຊີ ຫວຽດນາມ

(VOVWORLD) - ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ຈັດຕັ້ງພິທີສະຫລຸບ...
ມອບລາງວັນປະດິດຄິດສ້າງວິທະຍາສາດເຕັກໂນໂລຊີ ຫວຽດນາມ - ảnh 1ການມອງລາງວັນ WIPO 2017

ຕອນຄ່ຳວັນທີ 14 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສົມທົບກັບສະຫະພັນໃຫຍ່ແຮງງານ ຫວຽດນາມ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ຈັດຕັ້ງພິທີສະຫລຸບ ແລະ ມອບລາງວັນປະດິດຄິດສ້າງວິທະຍາສາດ ເຕັກໂນໂລຊີ ຫວຽດນາມ, ລາງວັນ Wipo 2017. ທີ່ພິທີ, ຄະນະຈັດຕັ້ງໄດ້ມອບລາງວັນປະດິດຄິດສ້າງວິທະຍາສາດເຕັກໂນໂລຊີ ຫວຽດນາມ ໃຫ້ແກ່ 40 ກິດຈະກຳຂຶ້ນກັບ 6 ຂົງເຂດ.

        ທ່ານ ຈູງອັກແອງ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ປຸກລະດົມລາງວັນວິທະຍາສາດເຕັກໂນໂລຊີ ຫວຽດນາມ ປີ 2018:

        “ຫົວຂໍ້ຂອງບັນດາກິດຈະກຳໄດ້ຮັບລາງວັນປີ 2018 ແມ່ນສືບຕ່ໍສຸມໃສ່ບັນດາຂົງເຂດວິທະຍາສາດເຕັກໂນໂລຊີສຳຄັນ, ເຊິ່ງລວມມີ: ກົນຈັກອັດຕະໂນມັດ, ເຕັກໂນໂລຊີວັດສະດຸ, ເຕັກໂນໂລຊີຂໍ້ມູນຂ່າວສານ, ຊີວະພາບຮັບໃຊ້ການຜະລິດ ແລະ ຊີວິດການເປັນຢູ່… ຂ້າພະເຈົ້າເຊື່ອໝັ້ນວ່າ, ລາງວັນປະດິດຄິດສ້າງເຕັກໂນໂລຊີ ຫວຽດນາມ ປີ 2018 ຈະໄດ້ຮັບການສະໜັບສະໜູນ ແລະ ເຂົ້າຮ່ວມຈາກບັນດານັກວິທະຍາສາດ ໃນທົ່ວປະເທດ ດ້ວຍບັນດາກິດຈະກຳຄົ້ນຄ້ວາວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ, ມີການປະກອບສ່ວນຢ່າງແທດຈິງເຂົ້າໃນການປ່ຽນໃໝ່ເຕັກໂນໂລຊີ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງວິສາຫະກິດ ແລະ ບັນດາຂະແໜງເສດຖະກິດຮັບປະກັນໃຫ້ປະເທດຊາດພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.”

ຕອບກັບ

ຂ່າວ/ບົດ​ອື່ນ