ມອບລາງວັນລາຍການ“ພູມປັນຍາຫນຸ່ມເພື່ອການສຶກສາ”ໃຫ້ແກ່ບັນດາກິດຈະການດີເດັ່ນ

ມອບລາງວັນລາຍການ“ພູມປັນຍາຫນຸ່ມເພື່ອການສຶກສາ”ໃຫ້ແກ່ບັນດາກິດຈະການດີເດັ່ນ - ảnh 1
ບັນ​ດາ​ຜຸ້​ປະ​ດິດ​ແຕ່ງ​ໄດ້​ຮັບ​ລາງວັນ​ໃນ​ຄັ້ງ​ນີ້

(vovworld)-  ​ຕອນ​ຄ່ຳ​ວັນ​ທີ15/11, ຢູ່ ຮ່າ​ໂນ້ຍ ໄດ້​ດຳ​ເນີນ​ພິ​ທີ​ມອບ​ລາງວັນ​ໃຫ້​ລາຍ​ການ “​ພູມ​ປັ​ນ​ຍາຫນຸ່ມເພື່ອ​ການ​ສຶກ​ສາ” ປີ 2016, ລາຍ​ການໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໃນ​ໄລ​ຍະ 2016 – 2020 ເພື່ອ​ລະ​ດົມ, ສົ່ງ​ເສີມ​ສະ​ມາ​ຊິກ​ຊາວ​ໜຸ່ມ​ຊາວ​ຫນຸ່ມ, ພິ​ເສດ​ແມ່ນ​ບັນ​ດາ​ນັກ​ຮຽນ​ຮູ້​ຫນຸ່ມ ປະ​ກອບ​ສ່ວນ​ໃຫ້​ແກ່​ພາ​ລະ​ກິດ​ປ່ຽນ​ໃຫມ່​ການ​ສຶກ​ສາ ແລະ ບ​ຳ​ລຸງ​ສ້າງ ຜ່ານ​ບັນ​ດາ​ກິດ​ຈະ​ກຳ, ຂໍ້​ລິ​ເລີ່ມ. ປີ 2016, ພາ​ຍ​ຫລັງ ປຸກ​ລະ​ດົມ​ມາ​ເປັນ​ເວ​ລາກ່​ວາ 5 ເດືອນ, ລາຍ​ການ​ໄດ້​ຮັບ 267 ກິດ​ຈະ​ກຳ, ຂໍ້​ລິ​ເລີ່ມ​ຂອງ​ສະ​ມາ​ຊິກ​​ຊາວ​ຫນຸ່ມ, ຄູ​ອາ​ຈານ, ນັກ​ຮຽນ​ຮູ້​ຫນຸ່ມ​ຢູ່​ພາຍ​ໃນ​ປະ​ເທດ. ທີ່​ພິ​ທີ​ມອບ​ລາງວັນ, ຄະ​ນະ​ຈັດ​ຕັ້ງ​ໄດ້​ມອບລາງວັນ​ໃຫ້ 3 ກິດ​ຈະ​ກຳ, ຂໍ້​ລິ​ເລີ່ມ​ດີ​ເດັ່ນ​ທີ່​ສຸດ. ທ່ານ​ນາງ ຫງວຽ​ນ​ທິ​ເຫງ໋ຍ, ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ໃຫ້​ຮູ້​ວ່າ:

“ນີ້​ແມ່ນ​ປີ​ທຳ​ອິດ​ທີ່​ລາຍ​ການ​ພຸມ​ປັນ​ຍາຫນຸ່ມ ເພື່ອ​ການ​ສຶກ​ສາ​ໄດ້​ຮັບ​ການ​ປຸກ​ລະ​ດົມ, ແຕ່​ໄດ້​ດຶງ​ດູດ​​ຜູ​້​ເຂົ້າ​ຮ່ວມການ​ເສັງ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ໃນ​ໄລ​ຍະ​ນີ້, ຂະ​ແຫນງ​ສຶ​ກ​ສາ ຕ້ອງ​ການ​ຫົວ​ຄິດ​ປະ​ດິດ​ສ້າງ​ຈາກ​ບັນ​ດາ​​ໄວ​ຫນຸ່ມ​ທີ່​ສຸດ ເພື່ອ​ໃຫ້​​ຄຸນ​ນະ​ພາບ​ຂອງຂະ​ແຫນງ​ສຶກ​ສາ​ນັບ​ມື້​ນັບ​ໄດ້​ຮັບການ​ຍົກ​ສູງ​ຂຶ້ນ.”


ຂ່າວ/ບົດ​ອື່ນ