ມອບລາງວັນວັດທະນະທຳ Phan Chau Trinh

ມອບລາງວັນວັດທະນະທຳ Phan Chau Trinh - ảnh 1
ທ່ານ Nguyen Su ໃນ​ພິທີ​ມອບ​ລາງວັນວັດທະນະທຳ​ Phan Chau Trinh ຄັ້ງ​ທີ 5
(ພາບ: vietnamnet.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 24/3, ຢູ່ ຮ່າ​ໂນ້ຍ, ​ໄດ້​ຈັດ​ພິທີ​ມອບ​ລາງວັນວັດທະນະທຳ​ Phan Chau Trinh ຄັ້ງ​ທີ 5​ ໃຫ້​ແກ່​ບຸກຄົນ​ທີ່​ດີ​ເດັ່ນ 6 ຄົນ. ລາງວັນ​ເພື່ອ​ພາລະກິດ​ວັດທະນະທຳ ​ແລະ​ ສຶກສາ ​ແມ່ນ​ມອບ​ໃຫ້​ທ່ານ Nguyen Su, ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ້ຍອານ ຍ້ອນ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ດີ​ເດັ່ນ ປະກອບສ່ວນ​ອະນຸລັກ​ຮັກສາ​ມໍລະດົກ​ວັດທະນະທຳ​ຫວຽດນາມ. ທ່ານ Nguyen Su ​ໄດ້​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

        ”ຂ້າພະ​ເຈົ້າ​ຮູ້ສຶກ​ຕຶ້ນຕັນ​ໃຈ​ຫຼາຍ ​ເພາະວ່າ​ມັນ​ບໍ່​ພຽງ​ແຕ່​ແມ່ນ​ລາງວັນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​​ເຊື່ອ​ໝັ້ນ​ເຊິ່ງທຸກ​ຄົນ, ສະພາ​ວິທະຍາສາດ​ໄດ້​ສະຫງວນ​ໃຫ້​ແກ່​ຂ້າພະ​ເຈົ້າ, ​ໃຫ້​ແກ່ໂຮ້ຍອານ. ລາງວັນ​ນີ້​ແມ່ນ​ການ​ຝາກຝັງ​ຄວາມ​ເຊື້ອ​ໝັ້ນ​ຕໍ່​ປະຊາຊົນ​ໂຮ້ຍອານ, ບັນດາ​ຄູນ​ຄ່າ ​ເຊິ່ງປະຊາ ຊົນໂຮ້ຍອານ​ພວມ​ຮັກສາ​ໄວ້​ນັ້ນ, ບໍ່​ພຽງ​ແຕ່​ເພື່ອ​ໃຫ້​ປະຈຸ​ບັນ​ເທົ່າ​ນັ້ນ, ຫາກ​ຍັງ​ໃຫ້​ລຸ້ນຕໍ່ໆ​ໄປ​ອີກ​ດ້ວຍ”

        ລາງວັນ​ແປ​ພາສາ ​ແມ່ນ​ມອບ​ໃຫ້​ທ່ານ Nguyen Van Khoa, ສ່ວນ​ສາດສະດາຈານ Tran Van Khe ​ໄດ້​ຮັບ​ລາງວັນ​ຄົ້ນ​ຄ້ວາ ຍ້ອນ​ມີ​ການ​ປະກອບສ່ວນ​ທີ່​ດີ​ເດັ່ນ​ໃນ​ການ​ຄົ້ນ​ຄ້ວາ ​ແລະ ​ໂຄສະນາ​ດົນຕີ​ພື້ນ​ເມືອງ​ຫວຽດນາມ​ອອກ​ສູ່​ໂລກ​ໃນຕະຫຼອດ 50 ປີ​ທີ່​ຜ່ານ​ມາ. ນອກ​ນັ້ນ, ນັກ​ຄົ້ນ​ຄ້ວາ​ຫວຽດນາມ 2 ​ຄົນ ​ໃນ​ນັ້ນ​ມີ​ຄົນ​ຝລັ່ງ ຜູ້​ໜຶ່ງ ​ແລະ ຄົນອາ​ເມ​ລິ​ກາ​ ເຊື້ອ​ຊາດ​ລັດ​ເຊຍ ​ຜູ້​ໜຶ່ງ ​ໄດ້​ຮັບ​ລາງວັນ​ຊອກ​ຮູ້, ຄົ້ນ​ຄ້ວາ ​ແລະ ​ໂຄສະນາ​ບັນດາ​ຄູນ​ຄ່າ​ວັດທະນະທຳ ​ແລະ ປະຫວັດສາດ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ