ມອບລາງວັນວິສາຫະກິດດີເດັ່ນອາຊຽນປີ 2012

ມອບລາງວັນວິສາຫະກິດດີເດັ່ນອາຊຽນປີ 2012 - ảnh 1
ທີ່ພິທີ​ມອບ​ລາງ​ວັນ
( ພາບ: vietnamplus.vn )


( vovworld ) -    ຕອນ​ຄໍ່​າວັນ​ທີ 28/7, ຢູ່​ນະຄອນຫຼວງວຽງ​ຈັນ, ​ໄດ້​ດຳ​ເນີນ​ພິທີ​ມອບ​ລາງ​ວັນ “ວິ​ສາ​ຫະກິດ​ດີ​ເດັ່ນ​ອາ​ຊຽນ”, “​ເຄື່ອງ​ໝາຍ​ການ​ຄ້າທີ່​ມີ​ຊື່​ສຽງ​ອາ​ຊຽນ”, ລາງ​ວັນ “ປັນຍາ​ນັກທຸລະກິດ​ໄລຍະ​ເຊື່ອມ​ໂຍງ” ຫວຽດນາມ, ລາວ, ກຳປູ​ເຈຍ ປີ 2012 ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ​ແລະ ນັກທຸລະກິດ​ບັນດາ​ປະ​ເທດອາ​ຊຽນ. ພິທີ​ມອບ​ລາງ​ວັນ​ໂດຍ​ກະຊວງ​ອຸດສາຫະກຳການ​ຄ້າລາວ, ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ, ​ກະຊວງ​ອຸດສາຫະກຳການ​ຄ້າ ​ແລະ ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ; ສະຫະສະມາຄົມ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ຫວຽດນາມ; ສະຫະພັນ​ສະຫະກອນ​ຫວຽ​ດນາມ ສົມທົບ​ກັນ​ຈັດ​ຕັ້ງ. ​ໃນຈົດໝາຍອວຍພອນ​ບັນດາ​ວິ​ສາ​ຫະກິດ ​ແລະ ນັກທຸລະ​ກິດທີ່​ດີ​ເດັ່ນທີ່​ໄດ້​ຮັບ​ລາງວັນ​ໃນ​ຄັ້ງ​ນີ້, ທ່ານ​ປະທານສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ໄດ້​ຢືນຢັນ​ວ່າ ​ນີ້​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ, ປະກອບສ່ວນ​ຊຸກຍູ້​ຄວາມ​ສາມັກຄີ​ມິດຕະພາບ ​ແລະ ວິວັດ​ການ​ເຊື່ອມ​ໂຍງ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ກັບ​ເສດຖະກິດ​ໂລກ; ຖື​ນີ້​ແມ່ນ​ຮູບ​ການ​ທີ່​ເໝາະ​ສົມ, ປະກອບສ່ວນ​ໂຄສະ​ນາ, ພົບ​ປະ​ແລກປ່ຽນ​ບົດ​ຮຽນ ​ແລະ ລະດົມກຳລັງ​ໃຈ​ຍ້ອງຍໍ ​ແລະ ມອບ​ລາງວັນ​ໃຫ້​ບັນດາ​ນັກທຸລະກິດ, ວິ​ສາ​ຫະກິດ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ ​ແລະ ຫວັງ​ວ່າ ​ບັນດາ​ນັກທຸລະກິດ, ວິ​ສາ​ຫະກິດ​ທີ່​ໄດ້​ຮັບ​ລາງວັນ​ໃນ​ຄັ້ງ​ນີ້ ຈົ່ງ​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ຂອງ​ຕົນ​ໄປ​ທົ່ວ​ພາກ​ພື້ນ, ສ້າງ​ປະສິດ​ທິຜົນ​ເສດຖະກິດ​ສູງ, ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື ​ແລະ ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ບັນດາ​ປະ​ເທດ. ມີ 86 ລາງວັນ​ທີ່​ໄດ້​ມອບ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ນັກທຸ​ລະ​ກິດ​ດີ​ເດັ່ນ​ມີ​ຈິດ​ໃຈ​ກ້າ​ຄິດ​ກ້າ​ທຳ, ອອກ​ແຮງ​ງານ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ມີຄຸນ​ນະພາ​ບ ​ແລະ ມີປະສິດທິ​ຜົນ​ສູງ, ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ສັງຄົມ​ຢ່າງ​ຕັ້ງໜ້າ, ມີ​ໃຈ​ບຸນ​ໃຈ​ກຸສົນຊຸກຍູ້​ຄວາມ​ສາມັກຄີ, ມິດຕະພາບ ​ແລະ ວິວັດ​ການ​ຊື່​ອມ​ໂຍງ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ກັບ​ເສດຖະກິດ​ໂລກ.

ຂ່າວ/ບົດ​ອື່ນ