ມອບ​ລາງວັນ​ສິ່ງ​ແວດ​ລ້ອມ ຫວຽດ​ນາມ ແລະ ລາງວັນ​ສື່ມວນ​ຊົນ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອ​ມ​ຄັ້ງ​ທີ 5

(VOVWORLD) -  ຕອນວັນ 26 ທັນວາ, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ຈັດຕັ້ງພິທີມອບລາງວັນສິ່ງແວດລ້ອມ ຫວຽດນາມ ແລະ ລາງວັນສື່ມວນຊົນຊັບພະຍາກອນ ແລະ ສິ່ງແວດລ້ອມ ຄັ້ງທີ 5.
ມອບ​ລາງວັນ​ສິ່ງ​ແວດ​ລ້ອມ ຫວຽດ​ນາມ ແລະ ລາງວັນ​ສື່ມວນ​ຊົນ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອ​ມ​ຄັ້ງ​ທີ 5 - ảnh 1ພິທີມອບລາງວັນສິ່ງແວດລ້ອມ ຫວຽດນາມ ແລະ ລາງວັນສື່ມວນຊົນຊັບພະຍາກອນ ແລະ ສິ່ງແວດລ້ອມ ຄັ້ງທີ 5 (ພາບ:  VGP)

ລາງວັນສິ່ງແວດລ້ອມ ຫວຽດນາມ ແນໃສ່ຍ້ອງຍໍຊົມເຊີຍບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ວົງຄະນະຍາດທີ່ມີການປະກອບສ່ວນໃຫຍ່ຫຼວງເຂົ້າໃນພາລະກິດປົກປັກຮັກສາສິ່ງແວດລ້ອມ. ປີນີ້, ຄະນະຈັດຕັ້ງ ໄດ້ມອບລາງວັນໃຫ້ແກ່ 34 ອົງການຈັດຕັ້ງ, ວົງຄະນະຍາດ ແລະ ສ່ວນຍຸກຄົນ ທີ່ມີຜົນງານພົ້ນເດັ່ນໃນການປົກປັກຮັກສາສິ່ງແວດລ້ອມ ໃນ 3 ຂົງເຂດ: ຄຸ້ມຄອງກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ນຳໃຊ້ແຫຼ່ງຊັບພະຍາກອນທຳມະຊາດຢ່າງເໝາະສົມ, ອະນຸລັກຮັກສາຊີວະນາໆພັນ ແລະ ຄວາມປອດໄພດ້ານຊີວະພາບ; ການສຶກສາ, ບຳລຸງສ້າງ ແລະ ການສື່ສານກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ; ປ້ອງກັນ, ຕ້ານ ແລະ ບຳບັດພົນລະພິດ ແລະ ປົວແປງສິ່ງແວດລ້ອມ.

        ສຳລັບລາງວັນສື່ມວນຊົນກ່ຽວກັບຊັບພະຍາກອນ ແລະ ສິ່ງແວດລ້ອມ, ປີ 2020 ນີ້, ຄະນະຈັດຕັ້ງ ໄດ້ມອບລາງວັນ A 4 ລາງວັນ, ລາງວັນ B 12 ລາງວັນ ແລະ ລາງວັນ C 20 ລາງວັນ. ລາງວັນອົງການຈັດຕັ້ງມະຫາຊົນ ໄດ້ມອບໃຫ້ແກ່ ວິທະຍຸກະຈາຍສຽງຫວຽດນາມ ແລະ ສຳນັກຂ່າວສານ ຫວຽດນາມ./.

 

ຕອບກັບ

ຂ່າວ/ບົດ​ອື່ນ