ມອບລາງວັນສື່ມວນຊົນ 70 ປີແຫ່ງຂະແໜງອຸດສາຫະກຳແລະການຄ້າຫວຽດນາມ

(VOVWORLD) -ບົດປະພັນສື່ມວນຊົນຫຼາຍບົດມີລັກສະນະຄົ້ນພົບ, ມີລັກສະນະຕີລາຄາ, ປະກອບສ່ວນຊ່ວຍໃຫ້ຜູ້ອ່ານໃນທົ່ວປະເທດມີຄວາມເຂົ້າໃຈຢ່າງຖືກຕ້ອງ, ຄົບຊຸດກວ່າບັນດາຂົງເຂດຂອງຂະແໜງອຸດສາຫະກຳ ແລະ ການຄ້າຫວຽດນາມ
ມອບລາງວັນສື່ມວນຊົນ 70 ປີແຫ່ງຂະແໜງອຸດສາຫະກຳແລະການຄ້າຫວຽດນາມ - ảnh 1ພິທີມອບລາງວັນ
(ພາບ: qdnd.vn)

ຕອນເຊົ້າວັນທີ 07 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ຈັດພິທີມອບລາງວັນ 70 ປີແຫ່ງວັນມູນເຊື້ອຂະແໜງອຸດສາຫະກຳ ແລະ ການຄ້າຫວຽດນາມ (14 ພຶດສະພາ 1951 – 14 ພຶດສະພາ 2021). ຄະນະຈັດຕັ້ງໄດ້ເລືອກເອົາບົດປະພັນ 41 ບົດ ແລະ 4 ໝູ່ຄະນະດີເດັ່ນທີ່ສຸດ, ໃນນັ້ນມີລາງວັນພິເສດສະຫງວນໃຫ້ຮູບເງົາ “EVFTA-ເສັ້ນທາງດ່ວນໄດ້ເປີດແລ້ວ” ໃຫ້ກຸ່ມຂຽນພະແນກຂ່າວໂທລະພາບແຫ່ງຊາດຫວຽດນາມ; 4 ລາງວັນ A; 8 ລາງວັນ B; 12 ລາງວັນ C; 16 ລາງວັນຊົມເຊີຍ.

        ທ່ານ ໂຮ່ກວາງເລີ້ຍ, ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວຫວຽດນາມ - ຫົວໜ້າຄະນະກຳມະການສອບເສັງ, ໃຫ້ຮູ້ວ່າ:

        “ບົດປະພັນສື່ມວນຊົນຫຼາຍບົດມີລັກສະນະຄົ້ນພົບ, ມີລັກສະນະຕີລາຄາ, ປະກອບສ່ວນຊ່ວຍໃຫ້ຜູ້ອ່ານໃນທົ່ວປະເທດມີຄວາມເຂົ້າໃຈຢ່າງຖືກຕ້ອງ, ຄົບຊຸດກວ່າບັນດາຂົງເຂດຂອງຂະແໜງອຸດສາຫະກຳ ແລະ ການຄ້າຫວຽດນາມ, ຜ່ານນັ້ນປັບປຸງຄວາມໄວ້ເນື້ອເຊື່ອໃຈຕໍ່ແຜນນະໂຍບາຍຂອງພັກ, ນະໂຍບາຍບໍລິຫານຂອງລັດຖະບານເວົ້າລວມ ແລະ ຂອງກະຊວງອຸດສາຫະກຳ ແລະ ການຄ້າເວົ້າສະເພາະ. ໃນນັ້ນບັນດາຂົງເຂດກ່ຽວກັບການປະຕິຮູບລະບອບລະບຽນການ, ການເຊື່ອມໂຍງ, ອຸດສາຫະກຳ, ພະລັງງານ, ການສົ່ງອອກ, ບັ້ນຂົນຂວາຍຊາວຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ ໄດ້ຮັບການເຂົ້າຮ່ວມຈາກຫຼາຍອົງການສື່ມວນຊົນ.”

ຕອບກັບ

ຂ່າວ/ບົດ​ອື່ນ