ມອບລາງວັນ​ສື່​ມວນ​ຊົນ “ຫຼຸດ​ຜ່ອນ​ມົນ​ລະ​ພິດ​ຢາງ​ພຼາດສະ​ຕິກ​ຢູ່ມະ​ຫາ​ສະ​ມຸດ” ແລະ ການ​ປະ​ກວດ​ພາບ​ຖ່າຍ​ພາກ​ພື້ນ​ອາ​ຊຽນ “ມົນ​ລະ​ພິດ​ຂາວ ແລະ ຜົນ​ກະ​ທົບ​ຕໍ່​ລະ​ບົບ​ຊີ​ວະ​ພາບ​ທາງ​ທະ​ເລ”

(VOVWORLD) -ຄະນະຈັດຕັ້ງໄດ້ມອບລາງວັນການປະກວດພາບຖ່າຍພາກພື້ນອາຊຽນ “ມົນລະພິດຂາວ ແລະ ຜົນກະທົບຕໍ່ລະບົບຊີວະພາບທາງທະເລ
ມອບລາງວັນ​ສື່​ມວນ​ຊົນ “ຫຼຸດ​ຜ່ອນ​ມົນ​ລະ​ພິດ​ຢາງ​ພຼາດສະ​ຕິກ​ຢູ່ມະ​ຫາ​ສະ​ມຸດ” ແລະ ການ​ປະ​ກວດ​ພາບ​ຖ່າຍ​ພາກ​ພື້ນ​ອາ​ຊຽນ “ມົນ​ລະ​ພິດ​ຂາວ ແລະ ຜົນ​ກະ​ທົບ​ຕໍ່​ລະ​ບົບ​ຊີ​ວະ​ພາບ​ທາງ​ທະ​ເລ” - ảnh 1ທ່ານ ໂງມິງຫຽນ, ຮອງຜູ້ອຳນວຍການໃຫຍ່ VOV  ກ່າວຄຳເຫັນທີ່ພິທີ

ພິທີມອບລາງວັນສື່ມວນຊົນ “ຫຼຸດຜ່ອນມົນລະພິດຢາງພຼາດສະຕິກຢູ່ມະຫາສະມຸດ”ຄັ້ງທີ 2 ແລະ ການປະກວດພາບຖ່າຍພາກພື້ນອາຊຽນ “ມົນລະພິດຂາວ ແລະ ຜົນກະທົບຕໍ່ລະບົບຊີວະພາບທາງທະເລ” ໄດ້ດຳເນີນໃນວັນທີ 25 ຕຸລາ, ຢູ່ໂຮງລະຄອນ ວິທະຍຸກະຈາຍສຽງ ຫວຽດນາມ (ເຮືອນເລກທີ 58, ຖະໜົນກວານຊື, ຮ່າໂນ້ຍ). ລາງວັນສື່ມວນຊົນກ່ຽວກັບຫົວຂໍ້ “ຫຼຸດຜ່ອນມົນລະພິດຢາງພຼາດສະຕິກຢູ່ມະຫາສະມຸດ” ໂດຍໜັງສືພິມເອເລັກໂຕນິກ VTC News ສົມທົບກັບອົງການ ສປຊ ເພື່ອການພັດທະນາ (UNDP - ປະຈຳ ຫວຽດນາມ), ອົງການສາກົນ ກ່ຽວກັບການອະນຸລັກທຳມະຊາດ (WWF ປະຈຳ ຫວຽດນາມ) ແລະ ກົມໃຫຍ່ທະເລ ແລະ ໝູ່ເກາະ ຫວຽດນາມ (ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ) ໄດ້ສົມທົບກັນຈັດຂຶ້ນເປັນປະຈຳນັບແຕ່ 2021. ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ ໂງມິງຫຽນ, ຮອງຜູ້ອຳນວຍການໃຫຍ່ VOV ເນັ້ນໜັກວ່າ:

ລາງວັນສື່ມວນຊົນ “ຫຼຸດຜ່ອນມົນລະພິດຢາງພຼາດສະຕິກຢູ່ມະຫາສະມຸດ ປີ 2022 ດ້ວຍຫົວຂໍ້ “ການກະທຳເພື່ອມະຫາສະມຸດປອດຂີ້ເຫຍື້ອພຼາດສະຕິກ” ແລະ ການປະກວດພາບຖ່າຍພາກພື້ນອາຊຽນ “ມົນລະພິດຂາວ ແລະ ຜົນກະທົບຕໍ່ລະບົບຊີວະພາບທາງທະເລ” ເພື່ອແນໃສ່ຍ້ອງຍໍມອບລາງວັນໃຫ້ແກ່ ບັນດານັກປະພັນບົດປະພັນ, ນັກຖ່າຍຮູບ, ຜະລິດຕະພັນສື່ມວນຊົນທີ່ມີຄຸນນະພາບສູງກ່ຽວກັບຫົວຂໍ້ຫຼຸດຜ່ອນມົນລະພິດ ຂີ້ເຫຍື້ອພຼາດສະຕິກຢູ່ມະຫາສະມຸດ. ສະແດງໃຫ້ເຫັນບົດບາດຂອງສື່ມວນຊົນ ປະຕິບັດຄວາມຮັບຜິດຊອບຂອງຕົນໃນການຫຼຸດຜ່ອນເຫຍື້ອພຼາດສະຕິກ ແລະ ປົກປ້ອງມະຫາສະມຸດ ພ້ອມທັງເພີ່ມທະວີການສົມທົບ ແລະ ຮ່ວມມືລະຫວ່າງບັນດາປະເທດໃນການຄຸ້ມຄອງຂີ້ເຫຍື້ອຢູ່ພາກພື້ນ ອາຊຽນ ເພື່ອ ຕ້ານຂີ້ເຫຍື້ອພຼາດສະຕິກ ຢູ່ມະຫາສະມຸດ.

ໃນຂອບເຂດຂອງລາຍການ, ຄະນະຈັດຕັ້ງໄດ້ມອບລາງວັນການປະກວດພາບຖ່າຍພາກພື້ນອາຊຽນ “ມົນລະພິດຂາວ ແລະ ຜົນກະທົບຕໍ່ລະບົບຊີວະພາບທາງທະເລ”, ຜ່ານນັ້ນຮັບຮູ້, ລະດົມກຳລັງໃຈໃຫ້ບັນດາອົງການຈັດຕັ້ງ, ສ່ວນບຸກຄົນຢູ່ພາກພື້ນ ອາຊຽນ ໃນຊຸມປີຜ່ານມາ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານໂຄສະນາກ່ຽວກັບການຫຼຸດຜ່ອນມົນລະພິດຂີ້ເຫຍື້ອພຼາດສະຕິກ ຢູ່ມະຫາສະມຸດ.

ຕອບກັບ

ຂ່າວ/ບົດ​ອື່ນ