ມອບລາງວັນສື່ມວນຊົນ “ເພື່ອພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ” ຄັ້ງທີ 13

(VOVWORLD) -ຕອນເຊົ້າວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີສະຫຼຸບ ແລະ ມອບລາງວັນສື່ມວນຊົນ “ເພື່ອພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ” ຄັ້ງທີ 13, ປີ 2017 – 2018 ເນື່ອງໃນໂອກາດສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງຕັ້ງແນວໂຮມປະເທດຊາດຫວຽດນາມ (18 ພະຈິກ 1930 – 18 ພະຈິກ 2018).
ມອບລາງວັນສື່ມວນຊົນ “ເພື່ອພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ” ຄັ້ງທີ 13 - ảnh 1(ພິທີມອບລາງວັນສື່ມວນຊົນ “ເພື່ອພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ” ຄັ້ງທີ 13)

ທ່ານ ຫວໍວັນເທືອງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ; ທ່ານ ເຈິ່ນແທັງເໝີນ, ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຂົ້າຮ່ວມພິທີມອບລາງວັນ.

        15 ປີຜ່ານມາ, ລາງວັນສື່ມວນຊົນ “ເພື່ອພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ” ໄດ້ລະດົມກຳລັງໃຈບັນດາອົງການສື່ມວນຊົນ ແລະ ຖັນແຖວບັນດານັກຂ່າວໃນທົ່ວປະເທດຕັ້ງໜ້າເຂົ້າຮ່ວມວຽກງານໂຄສະນາກ່ຽວກັບແນວຄິດມະຫາສາມັກຄີ, ນະໂຍບາຍມະຫາສາມັກຄີ, ສ່ອງແສງເຖິງການເຄື່ອນໄຫວຂອງລະບົບແນວໂຮມປະເທດຊາດທຸກຂັ້ນ.

        ຄະນະຈັດຕັ້ງໄດ້ມອບລາງວັນພິເສດ 1 ລາງວັນ, 3 ລາງວັນ A, 13 ລາງວັນ B, 27 ລາງວັນ C ແລະ ລາງວັນຊົມເຊີຍ ໃຫ້ບັນດານັກປະພັນ, ກຸ່ມນັກປະພັນ. VOV ໄດ້ຮັບ 1 ລາງວັນ A, 1 ລາງວັນ B, 3 ລາງວັນ C ແລະ 2 ລາງວັນ ຊົມເຊຍ. ພະແນກພົວພັນຕ່າງປະເທດ (VOV5) ໄດ້ລາງວັນ C ດ້ວຍຫົວເລື່ອງ “ການຕ່າງປະເທດຫວຽດນາມ - ຕ້ອນຮັບປີ 2018 ດ້ວຍທີ່ຕັ້ງໃໝ່”.

ຕອບກັບ

ຂ່າວ/ບົດ​ອື່ນ