ມອບລາງວັນສື່ມວນຊົນກ່ຽວກັບວິທະຍາສາດແລະເຕັກໂນໂລຊີປີ2016

(VOVWORLD) -ຕອນເຊົ້າວັນທີ 6/5 ຢູ່ ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດຕັ້ງພິທີມອບລາງວັນສື່ມວນຊົນກ່ຽວກັບວິທະຍາສາດ ແລະເຕັກໂນໂລຊີປີ 2016 ແລະ ສະເຫລີມສະຫລອງ 5 ປີແຫ່ງວັນຈັດຕັ້ງການມອບລາງວັນ.
ມອບລາງວັນສື່ມວນຊົນກ່ຽວກັບວິທະຍາສາດແລະເຕັກໂນໂລຊີປີ2016 - ảnh 1 ພິທີມອບລາງວັນສື່ມວນຊົນກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ

 ເລື່ອງມອບລາງວັນສື່ມວນຊົນກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຮັບການຈັດຕັ້ງຂຶ້ນແຕ່ປີ 2012, ມອບໃຫ້ບັນດາຜູ້ຂຽນ ແມ່ນພົນລະເມືອງຫວຽດນາມ ທີ່ໄດ້ຂຽນບົດຫນັງສືພິມດີເດັ່ນກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ ຊື່ງໄດ້ລົງແນະນຳຜ່ານບັນດາພາຫະນະສື່ມວນຊົນ ພ້ອມທັງປະກອບສ່ວນຍົກສູງຄວາມຮັບຮູ້ໃນສັງຄົມກ່ຽວກັບບົດບາດ ແລະ ການກະທົບຂອງວິທະຍາສາດ ແລະ ເຕັກໂນໂລຊີໃນການພັດທະນາເສດຖະກິດສັງຄົມ. ພິທີມອບລາງວັນຄັ້ງທີ 5 ນີ້, ຄະນະຈັດຕັ້ງໄດ້ມອບ 27 ລາງວັນໃຫ້ບັນດາຜູ້ຂຽນ ແລະ ກຸ່ມຜູ້ຂຽນລວມມີ: ລາງວັນທີຫນຶ່ງ 4 ລາງວັນ, ລາງວັນທີສອງ 4 ລາງວັນ, ລາງວັນທີສາມ 7 ລາງວັນ ແລະ ລາງວັນຊົມເຊີຍ 9 ລາງວັນ. ບັນດາບົດຂຽນ ໄດ້ປະກອບສ່ວນສື່ຂ່າວກ່ຽວກັບບັນດາບັນຫາວິທະຍາສາດ ແລະ ເຕັກໂນໂລຊີກໍຄືບັນດາຂໍ້ມູນຂ່າວວິທະຍາສາດ ແລະ ເຕັກໂນໂລຊີເຖິງຜູ້ອ່ານຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ