ມອບ​ລາງວັນສື່ມວນ​ຊົນ​ທົ່ວ​ປະ​ເທດ “ເພື່ອ​ພາ​ລະ​ກິດ​ການ​ສຶກ​ສາ ຫວຽດ​ນາມ” ປີ 2021

(VOVWORLD) -ວັນທີ 13 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງການສຶກສາ ແລະ ບຳລຸງສ້າງ ສົມທົບກັບຄະນະໂຄສະນາສຶກສາສູນກາງພັກ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ, ສະມາຄົມນັກຂ່າວ ຫວຽດນາມ ໄດ້ຈັດພິທີມອບລາງວັນສື່ມວນຊົນທົ່ວປະເທດ “ເພື່ອພາລະກິດການສຶກສາ ຫວຽດນາມ” ປີ 2021.



ມອບ​ລາງວັນສື່ມວນ​ຊົນ​ທົ່ວ​ປະ​ເທດ “ເພື່ອ​ພາ​ລະ​ກິດ​ການ​ສຶກ​ສາ ຫວຽດ​ນາມ” ປີ 2021 - ảnh 1ພິທີ ມອບລາງວັນສື່ມວນຊົນທົ່ວປະເທດ “ເພື່ອພາລະກິດການສຶກສາ ຫວຽດນາມ” ປີ 2021 (ພາບ: TTXVN)

ລາງວັນສື່ມວນຊົນທົ່ວປະເທດ “ເພື່ອພາລະກິດການສຶກສາ ຫວຽດນາມ” ປີ 2021 ມີຜົນງານກ່ວາ 700 ຢ່າງຂອງບັນດາອົງການສື່ມວນຊົນ ນັບແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ເຂົ້າຮ່ວມຢູ່ທັງ 4 ຮູບແບບ (ໜັງສືພິມ, ສື່ເອເລັກໂຕນິກ, ກະຈ່າຍສຽງ ແລະ ໂທລະພາບ). ຕາມສະພາກຳມະການແລ້ວ, ຄຸນນະພາບຂອງບັນດາຜົນງານເຂົ້າຮ່ວມໃນປີນີ້ ແມ່ນດີພໍສົມຄວນ, ມີຫົວຂໍ້ອຸດົມສົມບູນ ແລະ ຫຼາຍຮູບຫຼາຍແບບ, ສ່ອງແສງຢ່າງເຂັ້ມຂຸ້ມກ່ຽວກັບການດຳລົງຊີວິດດານການສຶກສາ ແລະ ຕິດແທດກັບບັນຫາພົ້ນເດັ່ນຂອງຂະແໜງການສຶກສາ. ບາງຜົນງານໄດ້ສະແດງຕາມຮູບແບບ Mega Story, Emagazine ຢ່າງທັນສະໄໝ ແລະ ພິຖີພິຖັນ. ຮູບພາບການສຶກສາ ໄດ້ສ່ອງແສງທຸກແຖບຖິ່ນໃນທົ່ວປະເທດ, ນັບແຕ່ເຂດນະຄອນ, ຕົວເມືອງ ຕະຫຼອດຮອດເຂດພູສູງ, ເຂດຫ່າງໄກຊອກຫຼີກ.

ສະພາກຳມະການໄດ້ເຫັນດີເປັນເອກະພາບເລືອກເອົາຜົນງານທີ່ດີເດັ່ນທີ່ສຸດ 62 ຢ່າງເພື່ອມອບລາງວັນ, ໃນນັ້ນລາງວັນພິເສດໄດ້ມອບໃຫ້ລາງວັນ “ໄປສູ່ເຂດໃຈກາງຂອງໂລກລະບາດ” ຂອງກຸ່ມນັກຂ່າວໜັງສືພິມແຮງງານ.

ຕອບກັບ

ຂ່າວ/ບົດ​ອື່ນ