ມອ​ບ​ລາງວັນ​ສື່ມວ​ນ​ຊົນ​ທົ່ວ​ປະ​ເທດ “ເພື່ອ​ພາ​ລະ​ກິດແຫ່ງ​ການ​ພັດ​ທະ​ນາ ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ” ຄັ້ງ​ທີ 1

(VOVWORLD) - ໃນຈຳນວນ ກ່ວາ 1000 ຜົນງານທີ່ໄດ້ເຂົ້າຮ່ວມການແຂ່ງຂັນໃນບັນດາປະເພດຄື: ສື່ສິ່ງພິມ, ສື່ເອເລັກໂຕນິກ, ການກະຈາຍສຽງ, ໂທລະພາບ ແລະ ຂ່າວພາບ, ຄະນະກຳມະການ ໄດ້ຄັດເລືອກ 94 ຜົນງານດີເດັນ ທີ່ສຸດ ເພື່ອມອບລາງວັນທີໜຶ່ງ 4 ລາງວັນ, ລາງວັນທີສອງ 15 ລາງວັນ.
ມອ​ບ​ລາງວັນ​ສື່ມວ​ນ​ຊົນ​ທົ່ວ​ປະ​ເທດ “ເພື່ອ​ພາ​ລະ​ກິດແຫ່ງ​ການ​ພັດ​ທະ​ນາ ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ” ຄັ້ງ​ທີ 1 - ảnh 1ພິທີມອບລາງວັນສື່ມວນຊົນທົ່ວປະເທດ “ເພື່ອພາລະກິດແຫ່ງການພັດທະນາ ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ” ຄັ້ງທີ 1 (ພາບ: VOV)

ຕອນຄ່ຳວັນທີ 13 ກັນຍາ ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ  ແລະ ການທ່ອງທ່ຽວ ຫວຽດນາມ, ສະມາຄົມນັກຂ່າວ ຫວຽດນາມ ສົມທົບກັບຄະນະໂຄສະນາສຶກສາສູນກາງ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຈັດພິທີມອບລາງວັນສື່ມວນຊົນທົ່ວປະເທດ “ເພື່ອພາລະກິດແຫ່ງການພັດທະນາ ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ” ຄັ້ງທີ 1.

ໃນຈຳນວນ ກ່ວາ 1000 ຜົນງານທີ່ໄດ້ເຂົ້າຮ່ວມການແຂ່ງຂັນໃນບັນດາປະເພດຄື: ສື່ສິ່ງພິມ, ສື່ເອເລັກໂຕນິກ, ການກະຈາຍສຽງ, ໂທລະພາບ ແລະ ຂ່າວພາບ, ຄະນະກຳມະການ ໄດ້ຄັດເລືອກ 94 ຜົນງານດີເດັນ ທີ່ສຸດ ເພື່ອມອບລາງວັນທີໜຶ່ງ 4 ລາງວັນ, ລາງວັນທີສອງ 15 ລາງວັນ, ລາງວັນທີ ສາມ 25 ລາງວັນ ແລະ ລາງວັນຊົມເຊີຍໃຫ້ແກ່ສ່ວນບຸກຄົນ 50 ລາງວັນ, ພ້ອມທັງມອບ ລາງວັນລວມໝູ່ 3 ລາງວັນ. ວິທະຍຸກະຈາຍສຽງ ຫວຽດນາມ ແມ່ນຫົວໜ່ວຍ ໄດ້ຮັບຫຼາຍລາງວັນທີ່ສຸດ ນັບທັງປະເພດກະຈາຍສຽງ, ໂທລະພາບ, ສື່ເອເລັກໂຕນິກ, ທ່ານ ດົ່ງແມ້ງຮຸ່ງ, ຫົວໜ້າພະແນກເລຂາ ບັນນາທິການ ວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ຮູ້ວ່າ:

ບັນດານັກຂ່າວຂອງ ວິທະຍຸກະຈາຍສຽງ ຫວຽດນາມ ກໍ່ແມ່ນບັນດານັກວັດທະນະທຳ. ການເຂົ້າຮ່ວມການແຂ່ງຂັນເພື່ອພາລະກິດວັດທະນະທຳ, ກິລາ ການທ່ອງທ່ຽວ ທັງແມ່ນຄວາມຮັບຜິດຊອບທັງແມ່ນຄວາມເປັນກຽດ. ເພາະສະນັ້ນ, ຄະນະການນຳ ວິທະຍຸກະຈາຍສຽງ ຫວຽດນາມ ກໍ່ຄືສະມາຄົມນັກຂ່າວຂອງ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແຜ່ຂະຫຍາຍຈິດໃຈຂອງລາງວັນ ແລະ ໄດ້ຮັບການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດານັກຂ່າວ. ມີຫຼາຍຜົນງານບັນລຸໄດ້ໝາກຜົນທີ່ດີ, ມີຄຸນນະພາບສູງ ນັບທັງ ເນື້ອໃນ ແລະ ຮູບແບບ, ສ່ອງແສງໃຫ້ເຫັນ ຫຼາຍດ້ານຂອງວັດທະນະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ