ມອບລາງວັນສື່ມວນຊົນທົ່ວປະເທດກ່ຽວກັບການກໍ່ສ້າງພັກ - ຄ້ອນຕີກ່ຽວຄຳ

ມອບລາງວັນສື່ມວນຊົນທົ່ວປະເທດກ່ຽວກັບການກໍ່ສ້າງພັກ - ຄ້ອນຕີກ່ຽວຄຳ - ảnh 1
ພິທີ​ມອບ​ລາງວັນ​ສື່​ມວນ​ຊົນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ - ຄ້ອນ​ຕີກ່ຽວ​ຄຳ

(vovworld) – ​ ​ ຕອນ​ຄຳ່​ວັນ​ທີ 03/02 ຢູ່​ຮ່າ​ໂນ້ຍ, ຄະນະ​ຈັດ​ຕັ້ງ​ສູນ​ກາງ​ຈັດ​ຕັ້ງ​ພິທີ​ມອບ​ລາງວັນ​ສື່​ມວນ​ຊົນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ - ຄ້ອນ​ຕີກ່ຽວ​ຄຳ. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ພ້ອມ​ດ້ວຍ​ບັນດາ​ການ​ນຳ, ອະດີດ​ການ​ນຳ​ພັກ, ລັດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຟ້າ​ມມີ​ງຈິ໋ງ ຫົວ​ໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ລາງວັນ​ສື່​ມວນ​ຊົນທີ່​ມີ​ຂອບ​ຂະໜາດ​ໃຫຍ່, ມີ​ຄວາມ​ໝາ​ຍດ້ານ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ ​ເພື່ອ​ແນ​ໃສ່​ໂຄສະນາ​ກ່ຽວ​ກັບ​ພັກ, ປະກອບສ່ວນ​ຊຸກຍູ້​ວຽກ​ງານ​ກໍ່ສ້າງ, ປັບປຸງ​ພັກ ​ແລະ ຕໍ່ສູ້, ສະກັດ​ກັ້ນ, ຍູ້ອາດຍາ​ສິດ, ການ​ສໍ້​ລາດ​ບັງ​ຫລວງ, ການ​ຟຸມເຟືອຍຫຍໍ້​ທໍ້​ໃຫ້​ຖອຍ​ໄປ; ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ຄວາມ​ສຸດ​ຈິດ​ສຸດ​ໃຈຕໍ່​ວຽກ​ງານ​ກໍ່​ສ້າ​ງພັກ​ຂອງ​ບັນດາ​ນັກ​ຂ່າວ, ພະນັກ​ງານ​ສະມາຊິກ​ພັກ ​ແລະ ພໍ່​ແມ່​ປະຊາຊົນ​ໃນ​ທົ່ວ​ປະ​ເທດ. ບັນດາບົດ​ໜັງສືພິມ​ຍາດ​ໄດ້​ລາງວັນ​ ​ເຊິ່ງຖືກ​ນຳ​ສະ​ເໜີ​ທາງພາຫະນະ​ສື່​ມວນ​ຊົນ ​ໄດ້ປະກອບສ່ວນ​ປ່ຽນ​ໃໝ່​ວິທີ​ໂຄສະນາ ນຳ​ມະຕິ​ຂອງ​ພັກ​ເຂົ້າ​ສູ່​ຊີວິດ; ຊອກ​ຫາ​ມາດ​ຕະການ​ປະຕິບັດ​ບັນດາ​ມະຕິ​ສູນ​ກາງ 4 ຊຸດທີ 11 ​ແລະ 12 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ, ປັບປຸງ​ພັກ​ຢ່າງ​ມີ​ປະສິດທິ​ຜົນ.

        ຄະນະ​ຈັດ​ຕັ້ງ​ໄດ້​​ເລືອກ​ເຟັ້ນບັນດາ​ບົດຂຽນ​ດີ​ເດັ່ນ​ທີ່​ສຸດ​ເພື່ອ​ມອບ​ລາງວັນ, ​ໃນ​ນັ້ນ​ມີ 3 ລາງວັນ A, 7 ລາງວັນ B, 12 ລາງວັນ C ​ແລະ 25 ລາງວັນ​ຊົມ​ເຊີຍ​.

 

 

ຕອບກັບ

ຂ່າວ/ບົດ​ອື່ນ