ມອບລາງວັນແລະໄຂງານວາງສະແດງຮູບແຕ້ມເຢາະເຢີ້ຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

ມອບລາງວັນແລະໄຂງານວາງສະແດງຮູບແຕ້ມເຢາະເຢີ້ຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ - ảnh 1
(ພິທີ​ມອບ​ລາງວັນ ​ແລະ ​ໄຂ​ງານ​ວາງສະ​ແດງ​ການ​ເສັງ​ແຕ້ມ​ຮູບ
ເຢາະ​ເຢີ້​ຍ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ)

(vovworld) - ​ ຕອນ​ຄ່ຳ​ວັນ​ທີ 01/03, ສະຖານທູດ​ລາຊະ​ອານາຈັກ ​ແບນ​ຊິກ ສົມທົບ​ກັບ​ອົງການ​ຮ່ວມ​ມື​ພັດທະນາ ​ແບນ​ຊິກ, ອົງການ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ​ແລະ ມອບ​ສິດ​ໃຫ້​ແມ່ຍິງ, ຫໍພິພິທະ​ພັນ​ແມ່ຍິງ ຫວຽດນາມ ຈັດ​ຕັ້ງ​ພິທີ​ມອບ​ລາງວັນ ​ແລະ ​ໄຂ​ງານ​ວາງສະ​ແດງ​ການ​ເສັງ​ແຕ້ມ​ຮູບເຢາະ​ເຢີ້​ຍ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ. ການ​ເສັງ​ແຕ້ມ​ຮູບດັ່ງກ່າວ ​​ໄດ້ປຸກລະດົມ​ແຕ່​ເດືອນ 11 ປີ 2015, ດຶງ​ດູດການ​ເຂົ້າ​ຮ່ວມ​ຂອງຮູບ​ແຕ້ມ 116 ​ແຜ່ນ​ທີ່​ສົ່ງ​ມາ​ຈາກ​ບັນດານັກ​ຈິດຕະກອນ​ໃນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ. ນັກ​ຈິດຕະກອນ ຫຼີຈືກຢຸງ ​ເປັນ​ສະມາຊິກຄະນະ​ກວດ​ສອບ​ການ​ເສັງ​ໃຫ້​ຮູ້​ວ່າ:

        “ ນີ້​ແມ່ນ​ການ​ເສັງ​ພິ​ເສດ​ທີ່​ສຸດ ຊຶ່ງ​ຢູ່ ຫວຽດນາມ ບໍ່​ເຄີຍມີ​ງານ​ວາງສະ​ແດງ ຫຼື ການ​ເສັງ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ ຍິງ - ຊາຍຈັດ​ເທື່ອ. ການ​ເສັງ​​ໄດ້ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ ກ່ຽວ​ກັບ​ເລື່ອງ​ພວກ​ເຮົາ ຕ້ອງ​ເຮັດ​ອັນ​ໃດອັນໜຶ່ງ​ໃຫ້​ແມ່ຍິງ ​ເພື່ອ​​ໃຫ້ເຂົາ​ເຈົ້າ​ໄດ້​ຮັບ​ຄວາມ​ສະ​ເໝີ​ພາບ.”

        ນີ້​ແມ່ນ​ຄັ້ງ​ທຳ​ອິດທີ່​ໄດ້​ດຳ​ເນີນ​ການ​ເສັງ​ແຕ້ມ​ຮູບ​ເຢາະ​ເຢີ້​ຍກ່ຽວ​ກັບ​ຄວາມ​ສະ​ເໝີພາບ​ລະຫວ່າງ​ຍິງ​ຊາຍ​ຢູ່ ຫວຽດນາມ. ບັນດາຮູບ​ແຕ້ມ​ເຂົ້າ​ຮ່ວມ​ການ​ເສັງ​ໄດ້​ສະ​ແດງ​​ໃຫ້​ໄດ້ຄວາມ​ສົນ​ໃຈ​ຂອງ​ຊາວ​ ຫວຽດນາມ ຫລາຍ​ຄົນ ກ່ຽວ​ກັບ​ບັນຫາ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ.

ຂ່າວ/ບົດ​ອື່ນ