ມອບລາງວັນໃນການເສັງແຕ່ງບົດເພງ ກ່ຽວກັບຄວາມປອດໄພທາງຄົມມະນາຄົມ

ມອບລາງວັນໃນການເສັງແຕ່ງບົດເພງ ກ່ຽວກັບຄວາມປອດໄພທາງຄົມມະນາຄົມ - ảnh 1

ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ

ມອບ​ລາງວັນ​ໃຫ້​ບັນດາ​ນັກ​ດົນຕີ

(ພາບ:tinmoi.vn)

(vovworld) – ຕອນ​ຄ່ຳ​ວັນ​ທີ 27/12, ຢູ່​ໂຮງ​ລະຄອນ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ຄະນະ​ກຳມະການ​ຮັກສາຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​ແຫ່ງ​ຊາດ ສົມທົບ​ກັບ​ສະມາຄົມ​ນັກ​ດົນຕີ​ຫວຽດນາມ ​ໄດ້ຈັດ​ພິທີ​ມອງ​ລາງວັນ​ໃຫ້​ແກ່ການ​ເສັງ​ແຕ່ງ​ບົດ​ເພງ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ​ໄດ້​ຍ້ອງ​ຍໍ​ຊົມ​ເຊີຍວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ສະມາຄົມ​ນັກ​ດົນຕີ​ຫວຽດນາມ ​ໄດ້ສົມທົບ​ກັບ​ບັນດາ​ອົງການ​ທີ່​ມີໜ້າ​ທີ່​ຈັດຕັ້ງການ​ເສັງ​ແຕ່ງ​ບົດ​ເພງ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ.. ການ​ເສັ​ງດັ່ງກ່າວ​ໄດ້​​ເຮັດ​ໃຫ້​ບັນດາ​ຮູບ​ການ​ໂຄສະນາມີ​ຫຼາຍ​ຮູບ​ຫຼາຍ​ແບບ, ປະກອບສ່ວນ​ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ຮັບຜິດຊອບ​ໃນ​ການ​ປະຕິບັດ​ຂໍ້​ກຳນົດ​ຂອງ​ກົດໝາຍ​ຢ່າງ​ເຂັ້ມງວດ ​ເມື່ອ​ເຂົ້າຮ່ວມ​ການ​ຈໍລະ​ຈອນ​ກໍ່​ຄື​ການ​ສ້າງ​ວັດທະນະທຳ​​ໃນ​ການ​ຈໍລະ​ຈອນ. ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ​ເນັ້ນໜັກ​ວ່າ:

   “ມີ​ບົດ​ເພງ​ກ່ວາ 400 ບົດ​ຂອງ​ນັບ​ຮ້ອຍ​ຄົນ​ກ່ຽວ​ກັບການ​ຮັກສາຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​ໄດ້​ຮັບ​ການ​ເຜີ​ຍແຜ່ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມສົນ​ໃຈ​ຂອງ​ທົ່ວ​ສັງຄົມ​ຕໍ່​ວຽກ​ງານ​ຮັກສາຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​ແຫ່ງ​ຊາດ ຊື່​ງ​ແມ່ນ​ບັນຫາ​ເຄັ່ງຮ້ອນ​ຢູ່​ຫວຽດນາມ ​ແລະ ຫຼາຍ​ປະ​ເທດ​ໃນ​ໂລກ. ຂ້າພະ​ເຈົ້າຂໍ​ຊົມ​ເຊີຍຜົນສຳ​ເລັດ​ຂອງ​ການ​ເສັງ​ຄັ້ງນີ້ ​ແລະ ຊົມ​ເຊີຍ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ສະມາຄົມ​ນັກ​ດົນຕີ​ຫວຽດນາມ ​ໄດ້​ເຂົ້າຮ່ວມວຽກ​ງານ​ນີ້​ຢ່າງ​ສຸດ​ຈິດ​ສຸດ​ໃຈ“

ຂ່າວ/ບົດ​ອື່ນ