ມອບລາງວັນໃຫ້ 70 ວິສາຫະກິດ FDI ໄດ້ຮັບນາມມະຍົດມັງກອນຄຳ

   ມອບລາງວັນໃຫ້ 70 ວິສາຫະກິດ FDI ໄດ້ຮັບນາມມະຍົດມັງກອນຄຳ - ảnh 1
ການ​ປະ​ຊຸມ​ຂ່າວກ່ຽວ​ກັບງານ​ມະ​ຫາ​ໂຫລານ​ວິ​ສາ​ຫະ​ກິດ​ຮັບ​ນາມ​ມະ​ຍົດມັງ​ກອນ​ຄຳ ແລ​ະ ເຄື່ອງ​ໝາຍ​ການ​ຄ້າ​ທີ່​ເຂັ້ມ​ແຂງຫວຽດ​ນາມ​ປີ 2015

(vovworld)- ວັນ​ທີ 21/3, ຈະ​ດຳ​ເນີນ​ງານ​ມະ​ຫາ​ໂຫລານ​ວິ​ສາ​ຫະ​ກິດ​ຮັບ​ນາມ​ມະ​ຍົດມັງ​ກອນ​ຄຳ ແລ​ະ ເຄື່ອງ​ໝາຍ​ການ​ຄ້າ​ທີ່​ເຂັ້ມ​ແຂງຫວຽດ​ນາມ​ປີ 2015 ດ້ວຍ​ຫົວ​ເລື່ອງ “ ສ້າງ​ສະ​ພາບ​ແວດ​ລ້ອມດຳ​ເນີນ​ທຸ​ລະ​ກິດ​ທີ່​ສະ​ເໝີ​ພາບ ແລະ ສົດ​ໃສ.” ຂ່າວ​ຄາວ​ດັ່ງ​ກ່າວ​ຖືກ​ຈັດ​ຂຶ້ນ​ທີ່​ການ​ປະ​ຊຸມ​ຂ່າວ​ເມື່ອ​ຕອນ​ບ່າຍ​ວັນ​ທີ 16/3 ຢູ່​ຮ່າ​ໂນ້ຍ. ປີນີ້, ຄະ​ນະ​ຈັດ​ຕັ້ງ​ຈະ​ມອບ ​ລາງວັນ​ໃຫ້ 70 ວິ​ສາ​ຫະ​ກິດ FDI ໄດ້​ຮັບ​ນາມ​ມະ​ຍົດມັງ​ກອນ​ຄຳ ແລະ 95   ວິ​ສາ​ຫະ​ກິດໄດ້​ຮັບ​ນາມ​ມະ​ຍົດເຄື່ອງ​ໝາຍ​ການ​ຄ້າ​ເຂັ້ມ​ແຂງ. ທ່ານ ວູ້​ດິງ​ແຮ່ ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ລາຍ​ການ​ໃຫ້​ຮູ້​ວ່າ :

   “ ລາຍ​ການ​ປີນີ້ ຈະ​ເປັນ​ແຫ່ງ​ແບ່ງ​ປັນ​ບົດ​ຮຽນ​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ​ນຳ​ກັນ​ໃນ​ການ​ທຳ​ມາ​ຄ້າ​ຂາຍ. ງານ​ມະ​ໂຫລານ ແມ່ນ​ແຫ່ງ​ສ່ອງ​ແສງ​ສຽງເວົ້າ, ຄຳ​ເຫັນ​ຂອງວິ​ສາ​ຫະ​ກິດ​ທີ່​ມີ​ຕໍ່​ບັນ​ດາ​ຜູ້​ວາງ​ນະ​ໂຍ​ບາຍ ແລະ ນັກ​ຄຸ້ມ​ຄອງ ເພື່ອ​ໃຫ້ພວກ​ເຮົາສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ຫວັງ​ອັນ​ຊອບ​ທຳ​ຂອງວິ​ສາ​ຫະ​ກິດ​ເພື່ອ​ພ້ອມ​ກັບ​ລັດ​ຖະ​ບານ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ຍົກ​ສູງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ລະ​ດັບ​ຊາດ ”

ຂ່າວ/ບົດ​ອື່ນ