ມອບລາງວັນໃຫ້ແກ່ບົດປະພັນວັນນະຄະດີ,ສິລະປະ,ຫນັງສືພິມກ່ຽວກັບຫົວເລື່ອງ “ກຳລັງປະກອບອາວຸດ,ສົງຄາມປະຕິວັດ”

ມອບລາງວັນໃຫ້ແກ່ບົດປະພັນວັນນະຄະດີ,ສິລະປະ,ຫນັງສືພິມກ່ຽວກັບຫົວເລື່ອງ  “ກຳລັງປະກອບອາວຸດ,ສົງຄາມປະຕິວັດ” - ảnh 1
ພາບ​ປະ​ກອບ:hanoimoi.com.vn

(vovworld)-​ ວັນ​ທີ 16/1, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ໄດ​້​ຈັດພິ​ທິ​ສະ​ຫລຸບ, ມອບ​ລາງວັນ​ໃຫ້​ແກ່​ບັນ​ດາ​ຜູ້​​ແຕ່ງ​ບົດ​ປະ​ພັນ​ວັນ​ນະ​ຄະ​ດີ, ສິ​ລະ​ປະ, ຫນັງ​ສື​ພິມ​ກ່ຽວ​ກັບ​ຫົວ​ເລື່ອງ “ກຳ​ລັງ​ປະ​ກອບ​ອາ​ວຸດ, ສົງ​ຄາມ​ປະ​ຕິ​ວັດ”, “ກຳ​ລັງ​ປະ​ກອ​ບ​ອາ​ວຸດ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ” ໄລ​ຍະ 5 ປີ​ຄື​ແຕ່​ປີ 2009-2014. ໃນ​ຈຳ​ນວນ​ບົດ​ປະ​ພັນເກືອບ 2.300, ມີ 185 ບົດ​ດີ​ເດັ່ນ​ໄດ້​ຮັບ​ລາງວັນ​ໃນ​ຄັ້ງ​ນີ້. ພົນ​ຈັດ​ຕະ​ວາ ຫງວຽນ​ເຟືອງ​ຢ້ຽນ, ຮອງ​ຫົວ​ຫນ້າ​ກົມ​ໂຄ​ສະ​ນາ​ອົບ​ຮົມ, ຫົວ​ຫນ້າ​ຄະ​ນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ:

        “ບັນ​ດາ​ບົດ​ປະ​ພັນ​ຍາດ​ໄດ້​ລາງວັນໃນ​ຄັ້ງ​ນີ້​ບໍ່​ພຽງ​ແຕ່ໄດ້​ສະ​ແດງ​ໃຫ້​ເຫັນຄວາມ​ອຸ​ດົມ​ສົມ​ບູນ​ດ້ານ​ສິ​ລະ​ປະ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ເນື້ອ​ໃນ​ອີກ​ດ້ວຍ. ໃນ​ວິ​ວັດ​ການ​ປະ​ດິດ​ແຕ່ງ, ບັນ​ດາ​ນັກ​ປະ​ພັນ, ນັກ​ຂ່າວ​ໄດ້​ອັບ​ເດັດ​ບັນ​ຫາ​ຮ້ອນ​ເຮັ່ງ​ຂອງ​ປະ​ເທດ​ຊາດ, ພິ​ເສດ ແມ່ນ​ຫົວ​ເລື່ອງ​ກ່ຽວ​ກັບ​ເຂດ​ທະ​ເລ, ໝູ່​ເກາະ​ທີ່​ສັກ​ກະ​ລະ​ບູ​ຊາ.”

 

 

 

 

ຂ່າວ/ບົດ​ອື່ນ