ມອບສົ່ງສະຖານບັນເສດຖະກິດ-ການເງິນໄລຍະ2ໃຫ້ຝ່າຍລາວ

ມອບສົ່ງສະຖານບັນເສດຖະກິດ-ການເງິນໄລຍະ2ໃຫ້ຝ່າຍລາວ - ảnh 1
ມອບສົ່ງສະຖານບັນເສດຖະກິດ-ການເງິນໄລຍະ2ໃຫ້ຝ່າຍລາວ

(vovworld) – ຕອນ​ບ່າຍ​ວັນ​ທີ 26/6, ຢູ່​ນະຄອນຫຼວງ ວຽງ​ຈັນ, ກະຊວງ​ການ​ເງິນ 2 ປະ​ເທດ ຫວຽດນາມ ​ແລະ ລາວ ​ໄດ້​ຈັດ​ຕັ້ງ​ພິທີ​ເປີດ​ສະຫຼອງ ​ແລະ ມອບ​ສົ່ງ​ກິດຈະກຳ​ສະ​ຖາ​ບັນ​ເສດຖະກິດ - ການ​ເງິນ​ໄລຍະ 2 ​ໃຫ້​ແກ່​ລາວ. ​​ສະ​ຖາ​ບັນ​ດັ່ງກ່າວຕັ້ງ​ຢູ່​ບ້ານ ດົງ​ຄຳ​ຊ້າງ, ​ເມືອງ ຫາດ​ຊາຍ​ຟອງ. ກິດຈະກຳດັ່ງກ່າວ​ໄດ້​ຮັບ​ການ​ກໍ່ສ້າງ​ໃນ​​ເນື້ອທີ່​ທັງ​ໝົດ​ເກືອ​ບ 10.000 ຕາ​​ແມັດ, ມີອາຄານ​ຮຽນ 2 ຫຼັງຕອບສະໜອງການບຳລຳສ້າງໃຫ້ນັກສຶກສາກ່ວາ 2.000 ຄົນ, ໂຮງຮຽນນີ້ຍັງມີສະ​ໂມ​ສອນຈັດກອງປະຊຸມສຳມະນາ, ຫໍສະໝຸດ, ຫໍພັກອີກ​ດ້ວຍ. ​ເຊິ່ງເລີ່ມໄດ້ຮັບການກໍ່ສ້າງ​ແຕ່ເດືອນ 6/2012 ດ້ວຍມູນ​ຄ່າ​ທັງ​ໝົດເກືອບ 115 ຕື້ດົ່ງຈາກແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານ ຫວຽດນາມ ໃຫ້ແກ່ລັດຖະບານ ລາວ. ກິດຈະກຳມີຄວາມໝາຍສຳຄັນພິເສດໃນການປັບປຸງສາຍພົວພັນຮ່ວມມືຂອງລັດຖະບານ ແລະ ປະຊາຊົນ 2 ປະເທດ ຫວຽດນາມ ແລະ ລາວ, ຊ່ວຍ ລາວ ມີເງື່ອນໄຂບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງໃນຂົງເຂດການເງິນ - ເງິນຕາ, ຕອບສະໜອງຄວາມຕ້ອງການຫັນເປັນອຸດສາຫະກຳ, ທັນສະໄໝ, ນຳ ລາວ ກາຍເປັນປະເທດພັດທະນາ, ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງ ແລະ ກ້ວາງຂວາງໂດຍໄວ.


ຂ່າວ/ບົດ​ອື່ນ