ມອບສົ່ງໂທລະພາບດີຈີຕອນ(VTC)ໃຫ້ວິທະຍຸກະຈາຍສຽງຫວຽດນາມ(VOV)ຢ່າງເປັນທາງການ

ມອບສົ່ງໂທລະພາບດີຈີຕອນ(VTC)ໃຫ້ວິທະຍຸກະຈາຍສຽງຫວຽດນາມ(VOV)ຢ່າງເປັນທາງການ - ảnh 1
ຜູ້​ແທນ​ເຂົ້າ​ຮ່ວມ​ພິ​ທີ​ມອບ​ສົ່ງ
ພາບ:tuoitre.vn

(vovworld)-​ພິ​ທີ​ມອບ​ສົ່ງ​ໂທ​ລະ​ພາບ​ດີ​ຈີ​ຕອນ(VTC) ໃຫ້​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ (VOV) ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 27/6 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ເຈືອງ​ມີ​ນຕວນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຖະ​ແຫລງ​ຂ່າວ ແລະ ສື່​ສານ ແມ່ນ​ຕາງ​ຫນ້າ​ໃຫ້​ຝ່າຍມອບ​ສົ່ງ ແລະ ທ່ານ ຫງວຽນ​ດັງ​ຕຽນ ຜູ້​ອຳ​ນວຍ​ການ​ໃຫຍ່ VOV ແມ່ນ​ຕາງ​ຫນ້າ​ໃຫ້​ຝ່າຍ​ຮັບ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ ຫງວຽນ​ບັກ​ຊອນ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຖະ​ແຫລງ​ຂ່າວ ແລະ ສື່​ສານ ຖື​ວ່າ: ເລື່ອງມອບ​ສົ່ງ VTC ໃຫ້ VOV ແມ່ນ​ການ​ໂຮມ​ເຂົ້າ​ເປັນ​ອົງ​ການ​ຫນຶ່ງ​ດຽວ​ທີ່​ສອດ​ຄ​ອ່ງ​ກັບ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ຂອງ​ພັກ, ພິ​ເສດ​ໃນ​ການ​ສ້າງ​ໂຄງ​ປະ​ກອບ​ບັນ​ດາ​ອົງ​ການ​ສື່ມວ​ນ​ຊົນຄືນ​ໃຫມ່ນັບ​ແຕ່ນີ້​ຮອດ​ປີ 2025. ສ່ວນ​ທ່ານ ຫງວຽນ​ດັງ​ຕຽນ ຜູ້​ອຳ​ນວຍ​ການ​ໃຫຍ່ VOV ເນັ້ນ​ຫນັກ​ວ່າ ເລື່ອງ VTC ກາຍ​ເປັນ​ອົງ​ການ​ຂຶ້ນ​ກັບ VOV ແມ່ນ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ​ໃຫຍ່​ສຳ​ລັບ VOV.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ