ມອບຫລຽນກາທີ່ລະນຶກເພື່ອສັນຕິພາບໃຫ້ແກ່ຮອງຫົວຫນ້າອົງການJICA

(vovword)- ວັນທີ 25/5 ຢູ່ ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ​ໄດ້​ຈັດ​ພິທີ​ມອບ​ຫລຽນ​ກາ​ທີ່​ລະນຶກ “​ເພື່ອ​ສັນຕິພາບ ມິດຕະພາບ ລະຫວ່າງ​ປະຊາ​ຊາດ” ​ໃຫ້​ແກ່​ທ່ານ Masaei Matsunaga ຮອງ​ຫົວຫນ້າ​ອົງການ​ຮ່ວມ​ມື​ພັດທະນາ​ຍີ່​ປຸ່ນ (JICA) ປະຈຳ ຫວຽດນາມ ຍ້ອນ​​ການ​ປະກອບສ່ວນຂອງ​ທ່ານ​ກໍ​ຄື​ອົງການ JICA ​ໃນ​ໄລຍະ​ຜ່ານ​ມາ​ທີ່​ມີ​ຕໍ່​ການ​ພັດທະນາ​ລວມຂອງ ຫວຽດນາມ. ​ແຕ່​ປີ 2009 ຮອດ​ປີ 2012, ທ່ານ Matsunaga ​ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ໃນ​ການ​ສ້າງ ​ແລະ ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ ຜ່ານ​ການ​ເຄື່ອນ​ໄຫວຕ່າງໆ​ຄື: ຜັນ​ຂະຫຍາຍ​ໂຄງການ​ຮ່ວມ​ມື​ຂອງ JICA, ຍູ້​ແຮງ​ໂຄງການ​ສົ່ງ​ຜູ້​ອາສາ​ສະໝັກ​ຍີ່​ປຸ່ນ ມາ​ຫນູນ​ຊ່ວຍ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ສາທາລະນະ​ສຸກ, ສຸຂະພາບ, ພັດທະນາ​ຊົນນະບົດ, ສອນ​ພາສາ ຍີ່​ປຸ່ນ, ຊ່ວຍ​​ເຫລືອ​ເດັກ​ພິການ. ທ່ານ Matsunaga ​ໃຫ້​ຮູ້​ວ່າ:

        “ກ່ຽວ​ກັບ​ຂົ​ງ​ເຂດ​ບຸລິມະສິດ​ໃຫ້​ແກ່ ຫວຽດນາມ, ​ໃນ​ໄລຍະ​ຈະ​ມາ​ເຖິງ ພວກ​ຂ້າພະ​ເຈົ້າ​ຈະ​ຊ່ວຍ​ ຫວຽດນາມ ສ້າງ ​ແລະ ປະກອບ​ບັນດາ​ພື້ນຖານ​ໂຄງ​ລ່າງ​ເພື່ອ​ພັດທະນາ​ເສດຖະກິດ. ທີ​ສອງ ພວກ​ຂ້າພະ​ເຈົ້າ​ຈະ​ຮ່ວມ​ມື​ໃນ​ຫລາຍຂົງ​ເຂດ​ເພື່ອ​ພັດທະນາ​ພື້ນຖານ​ອຸດສາຫະກຳ​ຂອງ​ຫວຽດນາມ ກວ່າ​ອີກ. ຕໍ່​ມາ ​ແມ່ນ​ຂົງ​ເຂດ​ພັດທະນາ​ເຂດ​ຊົນ​ນະ​ບົດ ​ເພື່ອ​ຊ່ວຍ​ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາ​ລະຫວ່າງ​ເຂດ​ຊົນນະບົດ ​ແລະ ​ເຂດ​ຕົວ​ເມືອງ. ຄຽງ​ຄູ່​ກັນ​ນັ້ນ ພວກ​ຂ້າພະ​ເຈົ້າ​ຈະ​ຫນູນ​ຊ່ວຍ ຫວຽດນາມ ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ກໍ​ຄື​ເພີ່ມ​ທະວີ​ການ​ບໍລິຫານ​ລັດ.”

 

ຂ່າວ/ບົດ​ອື່ນ