ມອບຫຼຽນກາ “ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບລະ​ຫວ່າງ​ຊາດ” ​ໃຫ້​ແກ່​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກາ​ນາ​ດາ ປະ​ຈຳ ຫວຽດ​ນາມ

(VOVWORLD) - ທ່ານເອກອັກຄະລັດຖະທູດ Deborah Paul ໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ການາດາ ໃນຫຼາຍຂົງເຂດ ນັບແຕ່ດ້ານການເມືອງ - ການທູດ ຕະຫຼອດຮອດເສດຖະກິດ, ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ສາທາລະນະສຸກ, ການສຶກສາ - ບຳລຸງສ້າງ, ການຊ່ວຍເຫຼືອມະນຸດສະທຳ, ການພົວພັນແລກປ່ຽນວັດທະນະທຳ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ.
ມອບຫຼຽນກາ “ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບລະ​ຫວ່າງ​ຊາດ” ​ໃຫ້​ແກ່​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກາ​ນາ​ດາ ປະ​ຈຳ ຫວຽດ​ນາມ - ảnh 1ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ມອບຫຼຽນກາ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດ” ໃຫ້ແກ່ທ່ານນາງ Deborah Paul ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ການາດາ ປະຈຳ ຫວຽດນາມ (ພາບ: baoquocte.vn)

ວັນທີ 16 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ມອບຫຼຽນກາ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດ” ໃຫ້ແກ່ທ່ານນາງ Deborah Paul ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ການາດາ ປະຈຳ ຫວຽດນາມ, ເນື່ອງໃນໂອກາດທ່ານສິ້ນສຸດໄລຍະປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມ. ນີ້ແມ່ນຂອງຂວັນອັນສູງສົ່ງທີ່ສຸດຂອງ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ເຊິ່ງເປັນການຮັບຮູ້ ແລະ ຍ້ອງຍໍຊົມເຊີຍການປະກອບສ່ວນອັນລ້ຳຄ່າ ຂອງທ່ານເອກອັກຄະລັດຖະທູດໃນການປັບປຸງ ແລະ ຊຸກຍູ້ຄວາມຮູ້ຄວາມເຂົ້າໃຈເຊິ່ງກັນແລະກັນ, ການພົວພັນມິດຕະພາບ, ການພົວພັນແລກປ່ຽນ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ການາດາ.

     ທ່ານເອກອັກຄະລັດຖະທູດ Deborah Paul ໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ການາດາ ໃນຫຼາຍຂົງເຂດ ນັບແຕ່ດ້ານການເມືອງ - ການທູດ ຕະຫຼອດຮອດເສດຖະກິດ, ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ສາທາລະນະສຸກ, ການສຶກສາ - ບຳລຸງສ້າງ, ການຊ່ວຍເຫຼືອມະນຸດສະທຳ, ການພົວພັນແລກປ່ຽນວັດທະນະທຳ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ.

     ໂດຍສະແດງຄວາມປິຕິຊົມຊື່ນເມື່ອໄດ້ຮັບຂອງຂວັນອັນສູງສົ່ງຈາກສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໃນພິທີທີ່ມີຄວາມໝາຍນີ້, ທ່ານນາງເອກອັກຄະລັດຖະທູດ Deborah Paul ຢັ້ງຢືນວ່າ: ທ່ານນາງເອງຍາມໃດກໍສະຫງວນນ້ຳໃຈອັນດີງາມທີ່ສຸດໃຫ້ແກ່ ຫວຽດນາມ, ໃຫ້ແກ່ການເພີ່ມພູນຄູນສ້າງໄມຕີຈິດມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ການາດາ ໃຫ້ນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ