ມອບຫຼຽນກາທີ່ລະນຶກ“ເພື່ອສັນຕິພາບແລະມິດຕະພາບລະຫວ່າງປະຊາຊາດ”ໃຫ້ເອກອັກຄະລັດຖະທູດແຫ່ງລາຊະອານາຈັກມາຣົກ

ມອບຫຼຽນກາທີ່ລະນຶກ“ເພື່ອສັນຕິພາບແລະມິດຕະພາບລະຫວ່າງປະຊາຊາດ”ໃຫ້ເອກອັກຄະລັດຖະທູດແຫ່ງລາຊະອານາຈັກມາຣົກ - ảnh 1
ພິ​ທີມອບ​ຫຼຽນ​ກາ​ທີ່​ລະ​ນຶກ
“ເພື່​ອ​ສັນ​ຕິ​ພາບ​ແລະ​ມິດ​ຕະ​ພາບ​ລະ​ຫວ່າງ​​ປະ​ຊາ​ຊາດ”
(ພາບ: dangcongsan)

(vovworld) - ຕອນ​ບ່າຍ​ວັນ​ທີ 02/06, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ ຫວູ​ຊວນ​ຮົ່ງ ໄດ້​ມອບ​ຫຼຽນ​ກາ​ທີ່​ລະ​ນຶກ “ເພື່​ອ​ສັນ​ຕິ​ພາບ​ແລະ​ມິດ​ຕະ​ພາບ​ລະ​ຫວ່າງ​​ປະ​ຊາ​ຊາດ” ໃຫ້​ທ່ານ El Houcine Fardani, ເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ວິ​ສາ​ມັນ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ລ​າ​ຊະ​ອາ​ນາ​ຈັກ​ມາ​ຣົກ ປະ​ຈຳ​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່​ພິ​ທ​ີ​ມອບ, ທ່ານ ຫວູ​ຊວນ​ຮົ່ງ ເນັ້ນ​ໜັກ​ວ່າ, ນີ້​ແມ່ນ​ຂອງ​ຂວັນ​ເພື່ອ​ເຊີດ​ຊູ​ບັນ​ດາ​ການ​ອຸ​ທິດ​ສ່ວນ​ທີ່​ສຳ​ຄັນ​ຂອງ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທ​ູດ El Houcine Fardani ໃນ​ການ​ຊຸກ​ຍູ້​ກາ​ນ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ ເວົ້າ​ສະ​ເພາະ, ປະ​ຊ​າ​ຊົນ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ອາ​ຟະ​ລິ​ກາ​ໃຕ້ ແລະ ບັນ​ດາ​ປະ​ເທດ​ອື່ນໆ​ເວົ້າ​ລວມ.

        ​ສະ​ແ​ດງ​ຄວາມ​ເປັນ​ກຽດ​ເມື່ອ​ໄດ້​ຮັບ​ຫຼຽນ​ກາ​ທີ​ລະ​ນຶກ​ອັນ​ສູງ​ສົ່ງ​ຂອງ​ສະ​ຫະ​ພັນບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທ​ູດ El Houcine Fardani ຢືນ​ຢັນ​ວ່າ: ​​ຫຼຽນກາ​ທີ່ລະ​ນຶກ “ເພື່​ອ​ສັນ​ຕິ​ພາບ​ແລະ​ມິດ​ຕະ​ພາບ​ລະ​ຫວ່າງ​ບັນ​ດາ​ເຜົ່າ” ແມ່ນ​ການ​ພິ​ຊຸດ​ໃຫ້​ເຫັນ​ນ້ຳ​ໃຈ​ສາ​ມັກ​ຄີ, ຄວາມ​ຮັກ​ແພງ ບໍ່​ພຽງ​ແຕ່​ສຳ​ລັບ​ທ່ານ​ເອງ​ເທົ່​ານັ້ນ, ຫາກ​ສຳ​ລັບ​​ປະ​ເທດ ມາ​ຣົກ ເວົ້​າ​ລວມ ແລະ ກໍ​ແມ່ນ​ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ​ ​ທີ່​ມີ​ຕໍ່​ທ່ານ ແລະ ປະ​ຊາ​ຊົນ​ມາ​ຣົກ ອີກ​ດ​້ວຍ.

ຂ່າວ/ບົດ​ອື່ນ