ມອບຫຼຽນກາທີ່ລະນຶກໃຫ້ບັນດາສ່ວນ ບຸກຄົນຂອງສະມາຄົມສາມັກຄີ ສເກົາຫຼີ-ຫວຽດນາມ

ມອບຫຼຽນກາທີ່ລະນຶກໃຫ້ບັນດາສ່ວນ ບຸກຄົນຂອງສະມາຄົມສາມັກຄີ ສເກົາຫຼີ-ຫວຽດນາມ - ảnh 1

(ພາບ:vietnamplus.vn)

(VOV): ວັນ​ທີ 12/11, ຢູ່​ຮ່າ​ໂນ້ຍ, ທ່ານ​ Vu Xuan Hong ປະທານ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽດນາມ ​ໄດ້ມອບ​ຫຼຽນ​ກາ​ທີ່​ລະນຶກ​ “​ເພື່ອ​ສັນຕິ​ພາບ​ມິດຕະພາບ​ລະຫວ່າງ​ປະຊາຊາດ“ ຂອງ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽດນາມ ​ໃຫ້​ແກ່​ທ່ານ Lee Sang Mo ຮອງ​ປະທານ​ສະມາຄົມ​ສາມັກຄີ​ສເກົາຫຼີ-ຫວຽດນາມ ​​ເນື່ອງ​ໃນ​ໂອກາດ​ລະນຶກ 20 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດສເກົາຫຼີ-ຫວຽດນາມ (22/12/1992-22/12/2012). ​ແລະ ​ກໍ່​ເນື່ອ​ງໃນ​ໂອກາດ​ນີ້, ທ່ານ Dinh Hanh ປະທານ​ສະມາຄົມ​ອຸ​ປະ​ກາລະຄົນ​ພິການ ​ແລະ ​ເດັກ​ກຳພ້າ​ນະຄອນ​ຮ່າ​ໂນ້ຍ ​ໄດ້ມອບ​ຫຼຽນ​ກາ​ທີ່​ລະນຶກ​ “​​ເພື່ອ​ພາລະກິດ​ຊ່ວຍ​ເຫຼືອຄົນ​ພິການ ​ແລະ ​ເດັກ​ກຳພ້າ“ ​ໃຫ້​ແກ່​ທ່ານ Choi Young Joo ປະທານ​ສະມາຄົມ​ສາມັກຄີ​ສເກົາຫຼີ-ຫວຽດນາມ ​ແລະ ທ່ານ Lee Hee Yeon ຮອງປະທານ​ສະມາຄົມ​ສາມັກຄີ​ສເກົາຫຼີ-ຫວຽດນາມ. ນະ​ທີ່​ນີ້, ທ່ານ​ Vu Xuan Hong ປະທານ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽດນາມ ​ໄດ້ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ການ​ນຳ​ສະມາຄົມ​ໃນ​ການ​ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ, ພັດທະນາ​ນ້ຳ​ໃຈ​ມິດຕະພາບ, ຮ່ວມ​ມື​ລະຫວ່າງ​ປະຊາຊົນ ສເກົາຫຼີ-ຫວຽດນາມ.

 

 

 

 

ຂ່າວ/ບົດ​ອື່ນ