ມອບຫຼຽນກາລະນຶກໃຫ້ຫົວໜ້າຜູ້ຕາງໜ້າUNESCOປະຈຳຫວຽດນາມ

ມອບຫຼຽນກາລະນຶກໃຫ້ຫົວໜ້າຜູ້ຕາງໜ້າUNESCOປະຈຳຫວຽດນາມ - ảnh 1
ທ່ານ​ນາງ Katherine Muller Marin, ຫົວໜ້າ​ຜູ້ຕາງໜ້າ​ອົງການ UNESCO ປະຈຳ ຫວຽດນາມ
(ພາບ: Thống Nhất/TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ​ 18/6, ຢູ່​ຮ່າ​ໂນ້ຍ, ທ່ານ ຫວູຊວນ​ຮົ່ງ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ໄດ້​ມອບ​ຫຼຽນ​ກາລະ​ນຶກ “​ເພື່ອ​ສັນຕິພາບ, ມິດຕະພາບ​ລະຫວ່າງ​ບັນດາ​ປະຊາ​ຊາດ” ​ໃຫ້​ທ່ານ​ນາງ Katherine Muller Marin, ຫົວໜ້າ​ຜູ້ຕາງໜ້າ​ອົງການ​ສຶກສາ - ວິທະຍາສາດ ​- ວັດທະນະທຳ ຂອງ ສປຊ (UNESCO) ປະຈຳ ຫວຽດນາມ. ຫຼຽນ​ກາ​ທີ່​ລະນຶກ​ນີ້​ແມ່ນ​ເພື່​ອ​ແນ​ໃສ່​ເຊີດ​ຊູ​ບັນດາ​ການ​ປະກອບສ່ວນ​ຂອງ​ທ່ານ​ນາງ Katherine Muller Marin ​ໃນ​ການ​ອະນຸລັກ​ຮັກສາ ​ແລະ ຄຸ້ມ​ຄອງ​ບັນດາ​ມໍລະດົກ​ວັດທະນະທຳ ຢູ່ ຫວຽດນາມ ກໍ່​ຄື​ເລື່ອງ​ຊຸກຍູ້​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ ປະຊາຊົນ ຫວຽດນາມ ​ແລະ ​ເພື່ອນ​ມິດສາ​ກົນ. ນອກ​ຈາກ​ບັນດາ​ຄວາມ​ມານະ​ພະຍາຍາມ​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ມໍລະດົກ ຫວຽດນາມ ຢູ່​ໃນ​ລະດັບ​ສາກົນ, ທ່ານ​ນາງ Katherine Muller Marin ກໍ່​ມານະ​ພະຍາຍາມ​ສ້າງສັງຄົມ​ຮຳ່ຮຽນ​​ເພ່ື່ອປະກອບສ່ວນ​​ໃຫ້ການ​ພັດທະນາ​ລວມຂອງ​ປະ​ເທດ ຫວຽດນາມ.

        ທ່ານ​ນາງ Katherine Muller Marin ສະ​ແດງ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ເມື່ອ​ໄດ້​ຮັບ​ຫຼຽນ​ກາ​ທີ່​ລະນຶກ “​ເພື່ອ​ສັນຕິພາບ​ມິດຕະພາບ​ລະ​ຫວ່າງ​ບັນ​ດາ​ປະຊາຊາດ”, ພ້ອມ​ທັງ​ຢັ້ງຢືນ​ວ່າ: ດ້ວຍ​ນ້ຳ​ໃຈ​ຮັກ​ຊາດ ​ແລະ ປະຊາຊົນ ​ແລະ ພື້ນຖານ​ວັດທະນະທຳ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຂອງ ຫວຽດນາມ, ທ່ານນາງ​ຈະ​ສືບ​ຕໍ່​ປະກອບສ່ວນ​ຕັ້ງໜ້າ​ໃຫ້​ແກ່​ການ​ພັດທະນາ​ລວມຂອງ​ປະ​ເທດ ຫວຽດນາມ.


ຂ່າວ/ບົດ​ອື່ນ