ມອບຫຼຽນໄຊ, ຫຼຽນກາມິດຕະພາບ ຂອງລັດລາວ ໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນແຂວງນິງບິ່ງ

ມອບຫຼຽນໄຊ, ຫຼຽນກາມິດຕະພາບ ຂອງລັດລາວ ໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນແຂວງນິງບິ່ງ  - ảnh 1
ມອບ​ຫຼຽນ​ໄຊ, ຫຼຽນ​ກາ​ມິດຕະພາບ​ຂອງ​ລັດລາວ ​
ໃຫ້​ແກ່​ບັນດາໝູ່​ຄະນະ, ສ່ວນ​ບຸກຄົນ​ແຂວງ​ນິງບິ່ງ
(ພາບ: baoninhbinh.org.vn)


(vovworld) -     ວັນ​ທີ 14/03, ຢູ່​ແຂວງ​ນິງບິ່ງ, ​ໂດ​ຍຮັບ​ການມອບ​ສິດ​ຈາກ​ທ່ານ​ປະທານ​ປະ​ເທດ, ນາຍົກລັຖະມົນຕີ​​ແຫ່ງສປປລາວ, ທ່ານ ຄຳ​ຫຼ້າ​ລິ້ງລະ​ສອນ, ​ເລຂາ​ພັກ​ແຂວງທັງ​ເປັນ​ເຈົ້າ​ແຂວງ ​ແຂວງ​ອຸດົມ​ໄຊ ​ໄດ້​ມອບຫຼຽນ​​ໄຊ​ມິດຕະພາບ​ໃຫ້​ແກ່ 2 ໝູ່​ຄະນະ, ສ່ວນ​ບຸກຄົນ 3 ຄົນ; ມອບຫຼຽນ​ກາ​ມິດຕະພາບ ​ໃຫ້​ແກ່​ 5 ສ່ວນ​ບຸກຄົນ ​ຍ້ອນມີບັນດາ​ການ​ປະກອບສ່ວນ ຢ່າງ​ຕັ້ງໜ້າ​ໃນ​ການສ້າງສາ ​ແລະ ​ເພີ່ມ​ພູນ​ຄຸນ​ສ້າງສາ​ຍພົວພັນ​ທີ​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​ຫວຽດນາມ - ລາ​ວ ​ເວົ້າ​ລວມ ​ແລະ ​ລະຫວ່າງ 2 ​ແຂວງ​ແຮກ​ສ່ຽວ​ ແຂວງ​ນິງບິ່ງ ​ແລະ ອຸ​ດົມ​ໄຊ ​ເວົ້າ​ສະ​ເພາະ. ຕາມ​ໜ້າ​ໃຫ້​ບັນດາ​ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ​ທີ່​ໄດ້​ຮັບຫຼຽນ​ໄຊ, ຫຼຽນ​ກາ​ມິດຕະພາບ, ທ່ານ​ເລຂາ​ຄະນະ​ພັກ​ແຂວງ​ນິງບິ່ງ ບຸ​ຍວັນນາ​ມ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ ​ແລະ ລັດຖະບານ​ລາວ ທີ່​ມີ​ຕໍ່​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ​ນິງບິ່ງ ​ໃນ​ການ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄວາມ​ສາມັກຄີ, ມິດຕະພາບ​ລະຫວ່າງ​ຫວຽດນາມ - ລາວ ກໍ​ຄື​ສາຍ​ພົວພັນ​ທີ່​ສະໜິດ​ແໜ້ນ, ​ໃກ້​ສິດ​ສະໜິດ​ສະ​ໜົມລະຫວ່າງ 2 ​ແຂວງ ນິງບິ່ງ ​ແລະ ອຸດົມ​ໄຊ. ​ເນື່ອງ​ໃນ​ໂອກາດ​ນີ້, ​ແຂວງ​ນິງບິ່ງ ​ໄດ້​ມອບ​ຈຳນວນ​ເງິນ 5 ຕຶ່ດົງ ​ໃຫ້​ແຂວງ ອຸດົມ​ໄຊ ​ເພື່ອ​ກໍ່ສ້າງ​ບາງ​ກິດຈະກຳ​ສະຫ​ວັດ​ດີການ​ສັງຄົມຮັບ​ໃຊ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

ຂ່າວ/ບົດ​ອື່ນ