ມອບ​ເຂົ້າ​ສານ 100 ໂຕນ​ໃຫ້​ແກ່​ແພດ​ໝໍກູ​ບາຢ​ູ່​ແນວ​ໜ້າ​ໃນ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19

(VOVWORLD) -ຕອນເຊົ້າວັນທີ 13 ພຶດສະພາ, ຢູ່ສຳນັກງານສະຖານທູດ ກູບາປະຈຳ ຫວຽດນາມ, ທ່ານນາງ Lianys Tores Rivera ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ກູບາ ປະຈຳຫວຽດນາມ ໄດ້ຮັບ ເຂົ້າສານ 100ໂຕນ ຈາກທ່ານ ເຈີ່ນຕ໊ວນແອັງ, ຮອງຜູ້ອຳນວຍການບໍລິສັດໃຫຍ່ Viglacera. 
ມອບ​ເຂົ້າ​ສານ 100 ໂຕນ​ໃຫ້​ແກ່​ແພດ​ໝໍກູ​ບາຢ​ູ່​ແນວ​ໜ້າ​ໃນ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 - ảnh 1 ທ່ານໝໍກວດພະຍາດໃຫ້ແກ່ຄົນເຈັບທີ່ໂຮງໝໍຢູ່  La Habana (ພາບ: THX/TTXVN)

ນີ້ແມ່ນຂອງຂວັນຂອງບັນດາພະນັກງານ, ພາລະກອນ, ກຳມະກອນບໍລິສັດ Vimariel S.A ຂຶ້ນກັບບໍລິສັດໃຫຍ່ Viglacera, ເຊິ່ງພວມມີການລົງທຶນພັດທະນາຢູ່ເຂດເສດຖະກິດພິເສດ Mariel, ກູບາ, ຜ່ານສະຖານທູດກູບາປະຈຳຫວຽດນາມ ເພື່ອມອບໃຫ້ບັນດາແພດໝໍຢູ່ແນວໜ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຢູ່ ກູບາ.

        ທ່ານນາງ Lianys Tores Rivera ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍຈິດໃຈສາມັກຄີສາກົນ, ຄວາມມານະພະຍາຍາມຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງທົ່ວລະບົບການເມືອງ ແລະອົງການທີ່ມີໜ້າທີ່ຄວາມຮັບຜິດຊອບຂອງສອງປະເທດ, ຫວຽດນາມ ແລະ ກູບາຈະພ້ອມກັນເອົາຊະນະຕໍ່ໂລກລະບາດ, ຜ່ານຜ່າຄວາມຫຍຸ້ງຍາກ, ນຳປະເທດຊາດກ້າວຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ