ມອບເງິນ 100 ລ້ານດົ່ງ ແລະ ຜ້າອັດປາກ-ອັດດັງ 1000 ອັນໃຫ້ສະມາຄົມມິດຕະພາບ ລາວ - ຫວຽດນາມ

(VOVWORLD) - ນີ້ແມ່ນການກະທຳທີ່ມີຄວາມໝາຍ, ແທດຈິງ, ແມ່ນພະຍານຫຼັກຖານທີ່ສະແດງໃຫ້ເຫັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.

  ຕອນບ່າຍວັນທີ 09 ເມສາ, ທີ່ຮ່າໂນ້ຍ, ຕາງໜ້າສະມາຄົມມິດຕະພາບ ຫວຽດນາມ - ລາວ (ຕຳຫລວດປະຊາຊົນ) ຂຶ້ນກັບສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ທ່ານພັນໂທ ຫງວຽນມິງຮ໊ຽວ, ຮອງຫົວໜ້າກົມພົວພັນຕ່າງປະເທດ (ກະຊວງຕຳຫລວດ ຫວຽດນາມ), ຮອງປະທານຜູ້ປະຈຳການຄະນະບໍລິຫານງານຊົ່ວຄາວສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ມອບເງິນ 100 ລ້ານດົ່ງ ແລະ ຜ້າອັດປາກ-ອັດດັງ 1000 ອັນໃຫ້ສະມາຄົມມິດຕະພາບ ລາວ - ຫວຽດນາມ ໂດຍຜ່ານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ເພື່ອແນໃສ່ຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນປະເທດເພື່ອນ ລາວ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.

        ຕາງໜ້າສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ທ່ານຮອງປະທານທັງເປັນເລຂານຸການສະມາຄົມ ຫງວຽນວັນໝີ ເປັນຜູ້ຮັບ ແລະ ຕີລາຄາສູງຕໍ່ການໜູນຊ່ວຍທີ່ຈຳເປັນ ແລະ ທັນການຂອງສະມາຄົມມິດຕະພາບ ຫວຽດນາມ - ລາວ (ຕຳຫລວດປະຊາຊົນ) ທີ່ສະຫງວນໃຫ້ສະມາຄົມມິດຕະພາບ ລາວ - ຫວຽດນາມ ກໍ່ຄືປະຊາຊົນ ລາວ ອ້າຍນ້ອງ. ຕາມທ່ານ ຫງວຽນວັນໝີ ແລ້ວ, ນີ້ແມ່ນການກະທຳທີ່ມີຄວາມໝາຍ, ແທດຈິງ, ແມ່ນພະຍານຫຼັກຖານທີ່ສະແດງໃຫ້ເຫັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ