ມອບ​ເງິ​ນ​ 55 ຕື້​ດົ່ງ ໃຫ້​ແກ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ທ່ານ ໂດວັນຈຽນ ມີຄວາມປາດຖະໜາວ່າ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຈະ ສືບຕໍ່ລະດົມກຳລັງໃຈ, ຊີ້ນຳພະນັກງານ, ນັກຮົບທົ່ວກອງທັບ ສືບຕໍ່ເສີມຂະຫຍາຍຈິດໃຈປະຕິບັດໜ້າທີ່ໃຫ້ເປັນຢ່າງດີທີ່ສຸດ, ແມ່ນກຳລັງຕະລຸບອນ, ນຳໜ້າໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19
ມອບ​ເງິ​ນ​ 55 ຕື້​ດົ່ງ ໃຫ້​ແກ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານ ໂດວັນຈຽນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ມອບເງິນ 55 ຕື້ດົ່ງ ໃຫ້ແກ່ທ່ານ ພົນໂທ ຮ່ວາງຊວັນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
(ພາບ: VGP)

ວັນທີ 24 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ໂດວັນຈຽນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ມອບເງິນ 55 ຕື້ດົ່ງຈາກແຫຼ່ງຮັບການສະໜັບສະໜູນ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ແກ່ກະຊວງປ້ອງກັນປະເທດຫວຽດນາມ.

ໂດຍໄດ້ຮັບຮູ້ການປະກອບສ່ວນອັນຍິ່ງໃຫຍ່ຂອງກຳລັງທະຫານ, ທ່ານ ໂດວັນຈຽນ ໄດ້ເນັ້ນໜັກວ່າ ດ້ວຍຈິດໃຈ “ຕ້ານໂລກລະບາດຄື ຕ້ານສັດຕູ”, ກຳລັງທະຫານໄດ້ມານະພະຍາຍາມປະຕິບັດໜ້າທີ່, ມີຄວາມໝັ້ນແກ່ນຢູ່ແນວໜ້າໃນການຕ້ານໂລກລະບາດ, ບົນບັນດາເສັ້ນຊາຍແດນກໍ່ຄືຢູ່ເຂດຫ່າງຈາກເຂດແຍກຕົວ… ທ່ານ ໂດວັນຈຽນ ມີຄວາມປາດຖະໜາວ່າ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຈະ ສືບຕໍ່ລະດົມກຳລັງໃຈ, ຊີ້ນຳພະນັກງານ, ນັກຮົບທົ່ວກອງທັບ ສືບຕໍ່ເສີມຂະຫຍາຍຈິດໃຈປະຕິບັດໜ້າທີ່ໃຫ້ເປັນຢ່າງດີທີ່ສຸດ, ແມ່ນກຳລັງຕະລຸບອນ, ນຳໜ້າໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19, ພ້ອມກັບພັກ, ທົ່ວປວງຊົນທັງຊາດຜ່ານຜ່າຄວາມຫຍຸ້ງຍາກ ໂດຍໂລກລະບາດໂຄວິດ - 19 ກໍ່ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ