ມອບໃບປະກາດສະນິຍະບັດປະລິຍາເອກໃຫ້ແກ່ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດລາວ

ມອບໃບປະກາດສະນິຍະບັດປະລິຍາເອກໃຫ້ແກ່ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດລາວ - ảnh 1
ພິທີ​ມອບ​ໃບ​ປະກາດ​ສະ​ນິຍະ​ບັດ​ປະລິຍາ​ເອກ​ໃຫ້​ແກ່​ທ່ານ​ນາງ
ສູນ​ທອນ ​ໄຊ​ຍະ​ຈັກ
ພາບ:dangcongsan.vn


(vovworld)- ຕອນ​ເຊົ້າ​ວັນ​ທີ 21/7 ຢູ່ ຮ​່າ​ໂນ້ຍ, ສະ​ຖາ​ບັນ​ການ​ເມືອງ ການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈິ​ມີນ ​ໄດ້​ຈັດ​ພິທີ​ມອບ​ໃບ​ປະກາດ​ສະ​ນິຍະ​ບັດ​ປະລິຍາ​ເອກ​ໃຫ້​ແກ່​ທ່ານ​ນາງ ສູນ​ທອນ ​ໄຊ​ຍະ​ຈັກ, ກຳມະການ​​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ລັດຖະມົນຕີ​ຊ່ວຍ​ວ່າການປະຈຳ​ກະຊວງ​ການ​ຕ່າງປະ​ເທດ ລາວ, ອະດີດ​ເອກ​ອັກຄະ​ລັດຖະທູດ ລາວ​ປະ​ຈຳ ຫວຽດນາມ. ​ໂດຍ​ຖື​ເປັນ​ກຽດ​ໄດ້​ຮັບ​ໃບປະກາດ​ສະ​ນິຍະ​ບັດ​ປະລິຍາ​ເອກຄັ້ງ​ນີ້, ທ່ານ​ນາງ ສູນ​ທອນ​ ​ໄຊ​ຍະ​ຈັກ ​ໄດ້​ຢືນຢັນ​ວ່າ: ດ້ວຍ​ຫນ້າ​ທີ່​ຂອງ​ຜູ້​ດຳລົງ​ຕຳ​ແຫນ່​ງລັດຖະມົນຕີ​ຊ່ວຍ​ວ່າການປະຈຳ​ກະຊວງ​ການ​ຕ່າງປະ​ເທດ ລາວ, ທ່ານ​ນາງ ຈະ​ໝູນ​ໃຊ້​ບັນດາ​ຄວາມ​ຮູ້​ທີ່​ໄດ້​ຮຳ່ຮຽນ​ເພື່ອປະຕິບັດ​ສຳ​ເລັດ​ຫນ້າ​ທີ່​ການ​ເມືອງ​ທີ່​ໄດ້​ຮັບ​​ມອບ​ໝາຍ, ຕັ້ງຫນ້າ​ປະກອບສ່ວນເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາມັກຄີ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ລາວ ​ແລະ ຫວຽດນາມ ​ໃຫ້ໝັ້ນຄົງ​ຂະຫນົງ​ແກ່ນໄປ​ຊົ່ວ​ກາລະ​ນານ.

ຂ່າວ/ບົດ​ອື່ນ